leftcenterrightdel
ລັດຖະມົນຕີການຕ່າງປະເທດອາເມລິກາ ອານໂຕນີ ບລິນແກນ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍໄດ້ຢັ້ງຢືນຄືນສາຍພົວພັນສຳພັນທະມິດລະຫວ່າງສອງປະເທດໃນຫຼາຍຂົງເຂດ ແລະໃນພາກພື້ນ ແລະໃນໂລກ. ລັດຖະມົນຕີການຕ່າງປະເທດອາເມລິກາ ອານໂຕນີ ປລິນແກນ ແລະ ລັດຖະມົນຕີ ສ.ເກົາຫຼີ ຈຸງອຸຍຢົງ ໄດ້ຢັ້ງຢືນຄືນການພົວພັນສຳພັນທະມິດອາເມລິກາ-ສ.ເກົາຫຼີ ແມ່ນໄລກອນຂອງສັນຕິພາບຄວາມໝັ້ນຄົງ ແລະ ວັດທະນາຖາວອນຢູ່ອາຊີຕາເວັນອອກສ່ຽງເໜືອ, ມະຫາສະໝຸດອິນເດຍ-ປາຊີຟິກ ແລະ ບັນດາພາກພື້ນອື່ນໆໃນໂລກ.

ລັດຖະມົນຕີສອງທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືອາເມລິກາ - ສ.ເກົາຫຼີ ໃນການຊຸກຍູ້ບັນດາຄຸນຄ່າລວມ ແລະ ແກ້ໄຂບັນດາສິ່ງທ້າທາຍໃນປັດຈຸບັນ ແລະ ອະນາຄົດ. ລັດຖະມົນສອງທ່ານຍັງຢືນຢັນຄືນຄຳໝັ້ນສັນຍາຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງອາເມລິກາ, ສ.ເກົາຫຼີ ແລະ ຍີ່ປຸ່ນໃນບັນດາບັນຫາລວມທັງການສົມທົບກ້າວໄປເຖິງການສ້້າງແຫຼມເກົາຫຼີປອດນິວເຄຼຍ.

ແຫຼ່ງຄັດຈາກ: vovworld.vn