leftcenterrightdel
ເງິນ ເອີໂຣ. ພາບ: rte.ie

ຕາມທ່ານຮອງປະທານຄະນະກຳມະການເອີຣົບ Valdis Dombrovskis ແລ້ວ, ວິວັດການຟື້ນຟູເສດຖະກິດຍັງບໍ່ທັນສະໝ່ຳສະເໝີກັນ ແລະຍັງມີຫຼາຍສິ່ງຫຼາຍຢ່າງທີ່ຂາດສະຖຽນລະພາບ. ເພາະສະນັ້ນ, ບັນດາປະເທດຍັງສືບຕໍ່ຕ້ອງການຮັກສານະໂຍບາຍໜູນຊ່ວຍເສດຖະກິດທັງຢູ່ໃນປີ 2021 ແລະ 2022. ຄະນະກຳມະການເອີຣົບ  - ອົງການບໍລິຫານງານຂອງ ອີຢູ ໄດ້ຢຸດຕິຊົ່ວຄາວການນຳໃຊ້ບັນດາຂໍ້ກຳນົດຈຳກັດການໃຊ້ຈ່າຍສາທາລະນະສຳລັບລັດຖະບານບັນດາປະເທດສະມາຊິກໃນເດືອນ ມີນາ 2020 ໃນສະພາບການທີ່ພື້ນຖານເສດຖະກິດຂອງພາກພື້ນຕົກເຂົ້າສູ່ໄລຍະຊຸດໂຊມທີ່ສຸດນັບແຕ່ພາຍຫຼັງສົງຄາມໂລກຄັ້ງທີ 2, ໃນນັ້ນສາເຫດຕົ້ນຕໍແມ່ນຍ້ອນບັນດາມາດຕະການຈຳກັດການເຄື່ອນໄຫວ ເພື່ອສະກັດກັ້ນພະຍາດໂຄວິດ - 19 ແຜ່ລາມ.

ແຫຼ່ງຄັດຈາກ: vovworld.vn