leftcenterrightdel
ສະພາຕ່ຳອາເມລິກາ. ພາບ: AFP

ໃນຖະແຫຼງການຮ່ວມ, ກຸ່ມສະມາຊິກສະພາສູງພັກສາທາລະນະໂດຍທ່ານ Ted Cruz ນຳໜ້າໄດ້ຢັ້ງຢືນວ່າ ຈະປະຕິເສດໝາກຜົນຂອງການປ່ອນບັດເລືອກຕັ້ງ ຂອງຕາງໜ້າຄະນະຜູ້ມີສິດເລືອກຕັ້ງຍົກເວັ້ນກໍລະນີທີ່ສະພາແຫ່ງຊາດໄດ້ບົ່ງຕົວແຕ່ງຕັ້ງຄະນະກຳມະການເລືອກຕັ້ງທີ່ມີສິດສືບສວນຢ່າງຄົບຖ້ວນ ແລະຊອກຮູ້ກ່ຽວກັບສະພາບການຕົວຈິງເພື່ອແນໃສ່ດຳເນີນການກວດກາ ດ່ວນໃນຮອບເວລາ 10 ວັນ ຕໍ່ໝາກຜົນຂອງການເລືອກຕັ້ງຢູ່ລັດແຫ່ງຕ່າງໆທີ່ມີການຂັດແຍ້ງກັນ.

ຕາມລັດຖະທຳມະນູນອາເມລິກາ ແລ້ວ, ບັນດາສະມາຊິກສະພາສູງ ແລະສະພາຕ່ຳຂອງສະພາແຫ່ງຊາດ ຈະຈັດກອງປະຊຸມໃນວັນທີ 6 ມັງກອນ ເພື່ອເປີດ ແລະນັບບັດເລືອກຕັ້ງຂອງຄະນະຜູ້ມີສິດເລືອກຕັ້ງ. ຜູ້ໃດມີຈຳນວນບັດເລືອກຕັ້ງຫຼາຍກ່ວາຈະເປັນປະທານາທິບໍດີ.

ແຫຼ່ງຄັດຈາກ: vovworld.vn