leftcenterrightdel
ທ່ານປະທານາທິບໍດີອາເມລິກາ Donald Trump. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ວັນທີ 18 ທັນວາ, ທຳນຽບຂາວໄດ້ແຈ້ງໃຫ້ຊາບວ່າ ທ່ານປະທານາທິບໍດີອາເມລິກາ Donald Trump ຫາກໍ່ເຊັນປະກາດໃຊ້ກົດໝາຍວ່າດ້ວຍລາຍຈ່າຍໄລຍະສັ້ນເປັນເວລາ 2 ວັນ ເພື່ອແນໃສ່ສະກັດກັ້ນຄວາມສ່ຽງລັດຖະບານຖືກປິດປະຕູເມື່ອແຫຼ່ງງົບປະມານໃນປະຈຸບັນໝົດກຳນົດເວລາ. ກ່ອນໜ້ານັ້ນ, ສະພາສູງ ແລະ ສະພາຕ່ຳ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍລາຍຈ່າຍໄລຍະສັ້ນ ເພື່ອສະກັດກັ້ນເລື່ອງລັດຖະບານຖືກປິດປະຕູເປັນເວລາ 2 ວັນ ເມື່ອງົບປະທານໝົດກຳນົດເວລາໃນທ່ຽງຄືນວັນທີ 18 ທັນວາ (ຕາມເວລາອາເມລິກາ), ຜ່ານນັ້ນມີເວລາຕື່ມອີກເພື່ອໃຫ້ນັກສ້າງກົດໝາຍສືບຕໍ່ດຳເນີນການເຈລະຈາແນໃສ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບບ້ວງເງິນໜູນຊ່ວຍໂຄວິດ-19 ກໍ່ຄືຮ່າງກົດໝາຍວ່າດ້ວຍລາຍຈ່າຍລັດຖະບານໃໝ່.

ປະຈຸບັນ, ບັນດາສະມາຊິກລັດຖະສະພາອາເມລິກາ ພວມແຂ່ງກັບເວລາເພື່ອຮັບຮອງເອົາບ້ວງເງິນໜູນຊ່ວຍໂຄວິດ-19 ທີ່ມີມູນຄ່າ 900 ຕື້ USD ທັງໃຫ້ສັດຕະຍາບັນຮ່າງກົດໝາຍວ່າດ້ວຍງົບປະມານສະຫະລັດກ່ອນທີ່ສະພາແຫ່ງຊາດຈະພັກວັນບຸນຄຼິດສະມາດ ແລະ ປີໃໝ່ນັບແຕ່ວັນທີ 19 ທັນວາ.

ແຫຼ່ງຄັດຈາກ: vovworld.vn