leftcenterrightdel
ທ່ານປະທານາທິບໍດີ ລັດເຊຍ V.Putin. ພາບ: eadaily.com.

ວັນທີ 04 ພະຈິກ, ກ່າວຄຳເຫັນທີ່ການພົບປະກັບຜູ້ຕາງໜ້າບັນດາອົງການສາສະໜາເນື່ອງໃນໂອກາດວັນໂຮມປະເທດຊາດເປັນເອກະພາບແຫ່ງຊາດ, ທ່ານປະທານາທິບໍດີລັດເຊຍ V.Putin ຖະແຫຼງວ່າ ລັດເຊຍ ພວມເຮັດທຸກສິ່ງທຸກຢ່າງເພື່ອໃຫ້ການປະທະກັນຢູ່ Nagorno – Karabakh ສິ້ນສຸດໂດຍໄວ ແລະ ຍິ່ງໄວກໍຍິ່ງດີເພື່ອກອບກູ້ເອົາຊີວິດປະຊາຊົນທີ່ພວມດຳລົງຊີວິດຢູ່ສະພາບບໍ່ມີຄວາມປອດໄພດັ່ງກ່າວ.  ທ່ານປະທານາທິບໍດີລັດເຊຍ ຖືວ່າ ມົດສະກູ ພວມຕິດຕໍ່ກັບທັງສອງຝ່າຍທີ່ປະທະກັນ ແລະ ທ່ານຫວັງວ່າ ອາດຈະບັນລຸໄດ້ໝາກຜົນທີ່ເໝາະສົມສຳລັບປະຊາຊົນທຸກຄົນທີ່ພວມດຳລົງຊີວິດຢູ່ເຂດນີ້ດ້ວຍສັນຕິວິທີ.

ກ່ອນໜ້ານັ້ນ, ໃນວັນທີ 01 ແລະວັນທີ 02 ພະຈິກ ຜ່ານມາ, ການນຳລັດເຊຍ ກໍ່ໄດ້ມີການເຈລະຈາທາງໂທລະສັບກັບທ່ານ Ilham Aliev ປະທານາທິບໍດີ ອາແຊັກໄບຊານ ແລະ ທ່ານນາຍົກລັດຖະມົນຕີອາກເມເນຍ Nikol Pashynian ເພື່ອປຶກສາຫາລືຢ່າງລະອຽດກ່ຽວກັບບັນດາບັນຫາເພື່ອແກ້ໄຂການປະທະກັນຢູ່ Nagorno – Karabakh.

ແຫຼ່ງຄັດຈາກ: vovworld.vn