leftcenterrightdel
ພາບປະກອບຈາກ: AFP

ອີງຕາມຜົນສຳຫລວດເຈົ້າໜ້າທີ່ການເລືອກຕັ້ງໂດຍ CNN, Edison ແລະ Catalist ​ເປີດ​ເຜີຍ ​ເມື່ອ​ບໍ່​ດົນ​ມາ​ນີ້, ການປ່ອນບັດກ່ອນວັນເລືອກຕັ້ງໄດ້ເປີດກ້ວາງໃນປີນີ້ ຍ້ອນການແຜ່​ລະບາດ​ພະຍາດໂຄວິດ-19 ແລະນີ້ກໍ່ແມ່ນການເລືອກເຟັ້ນໂດຍ 60% ຈຳນວນຜູ້ມີສິດເລືອກຕັ້ງປາດຖະໜາ. ບາງລັດລວມມີນີວ​ແຮມ​ເຊີ (New Hampshere) ເປັນຄັ້ງທຳອິດທີ່ອະນຸຍາດໃຫ້ປະຊາຊົນປ່ອນບັດຜ່ານທາງໄປສະນີ.

ໃນຄະນະນັ້ນ, ຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດໂດຍກົງກ່ອນວັນເລືອກຕັ້ງກໍ່ເພີ່ມຂຶ້ນຫລາຍພໍສົມຄວນ ແລະບາງລັດລວມມີລັດ​ເທັກ​ຊັດ​ສ (Texas) ໄດ້ແກ່ຍາວເວລາການປ່ອນບັດ ກ່ອນກຳນົດອອກໄປຕື່ມອີກ 1 ອາທິດ. ໂດຍ​ມີຄູ່​ແຂ່ງລົງ​ສະໝັກໃນການ​ເລືອກ​ຕັ້ງປະທານາທິບໍດີ ສ.ອາ​ເມ​ລິ​ກາ ຄັ້ງນີ້ລະຫວ່າງທ່ານ ​ໂດ​ນັນ ທຣຳ ຈາກ​ພັກຣີພັບ​ລິ​ກັນ (Republican) ​ແລະທ່ານ ​ໂຈ ​ໄບ​ເດນ ຈາກ​ພັກເດ​ໂມ​ແຄຣດ (Democrats) ທີ່​ພວມ​ໂຕ້​ວາທີກັນ​ໃນ​ຂະນະ​ນີ້ຢ່າ​ງດຸດ​ເດືອດໃນ​ຮອບ​ສຸດ​ທ້າຍ​ແລ້ວ.

ເນື້ອໃນ: ຂປລ