leftcenterrightdel
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Abe Shinzo. ພາບ: Reuters.

ການນຳ 2 ປະເທດໄດ້ຢັ້ງຢືນຄຳໝັ້ນສັນຍາຄືນໃໝ່ຈະສືບຕໍ່ດຳເນີນບັນດາການເຈລະຈາ 2 ຝ່າຍ ມຸ່ງໄປເຖິງການເຊັນສັນຍາສັນຕິພາບ, ຊຶ່ງພວມຖືກກີດຂວາງຍ້ອນບັນຫາຂັດແຍ້ງຜືນແຜ່ນດິນລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ Abe ມີຄວາມຫວັງວ່າ ໃນອະນາຄົດ, 2 ປະເທດຈະຈັດຕັ້ງບັນດາກອງປະຊຸມພົບປະເຈລະຈາຢ່າງຕັ້ງໜ້າມຸ່ງໄປເຖິງການແກ້ໄຂການຂັດແຍ້ງຜືນແຜ່ນດິນດັ່ງກ່າວ.    ກ່ອນໜ້ານັ້ນໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ກໍ່ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump.

ແຫຼ່ງຄັດຈາກ: vovworld.vn