leftcenterrightdel
ພາບປະກອບຄັດຈາກ:  AP

ກົດໝາຍວ່າດ້ວຍການປ້ອງກັນຄວາມສະຫງົບແຫ່ງຊາດຢູ່ຮົ່ງກົງ ລວມມີທັງໝົດ 66 ມາດຕາ ແລະແບ່ງເປັນ 6 ພາກ, ລວມມີເນື້ອໃນ: ບັນດາຫຼັກການລວມ, ພາລະໜ້າທີ່ ແລະໂຄງປະກອບການປ້ອງກັນຄວາມສະຫງົບແຫ່ງຊາດຂອງເຂດປົກຄອງພິເສດຮົ່ງກົງ, ການກະທໍາຜິດ ແລະການປັບໄໝລົງໂທດ, ສິດອໍານາດພິພາກສາຄະດີ, ລໍາດັບນໍາໃຊ້ກົດໝາຍ, ໂຄງປະກອບການປ້ອງກັນຄວາມສະຫງົບແຫ່ງຊາດຂອງສູນກາງ ຊຶ່່ງປະຈໍາການຢູ່ເຂດປົກຄອງພິເສດຮົ່ງກົງ ແລະບັນດາມາດຕາເພີ່ມເຕີມ.

ກ່ອນໜ້ານັ້ນ, ວັນທີ 30 ມິຖຸນາ, ຄະນະປະຈໍາສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຊຸດທີ 13 ໄດ້ອັດກອງປະຊຸມສະໄໝສາມັນເທື່ອທີ 20 ເຊິ່ງໄດ້ຮັບຮອງເອົາກົດໝາຍວ່າດ້ວຍການປ້ອງກັນຄວາມສະຫງົບແຫ່ງຊາດຢູ່ເຂດປົກຄອງພິເສດຮົ່ງກົງ.

ແຫຼ່ງຄັດຈາກ: vovworld.vn