ໃນບົດລາຍງານປະຈໍາປີກ່ຽວກັບການປະຕິບັດຂອງ ອາເມລິກາ ແລະ ບັນດາປະເທດອື່ນສໍາລັບຂໍ້ຕົກລົງຄວບຄຸມອາວຸດ ແລະ ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ, ວັນທີ 23 ມິຖຸນາ, ກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ ອາເມລິກາ ສືບຕໍ່ມີຄວາມວິຕົກກັງວົນກ່ຽວກັບໂຄງການອາວຸດນິວເຄຼຍຂອງ ສປປ.ເກົາຫຼີ ໃນປີ 2019 ແລະ ຍົກໃຫ້ເຫັນກໍລະນີ ສປປ.ເກົາຫຼີ ອາດຈະກໍ່ສ້າງບັນດາຮາກຖານນິວເຄຼຍປິດລັບຕື່ມອີກ. ບົດລາຍງານດັ່ງກ່າວ ກໍjຢັ້ງຢືນວ່າ ອາເມລິກາ ສືບຕໍ່ຕິດຕາມກວດກາບັນດາການເຄື່ອນໄຫວນິວເຄຼຍຂອງ ສປປ.ເກົາຫຼີ ຢ່າງແໜ້ນແຟ້ນ” ແລະ ເນັ້ນໜັກວ່າ ອາເມລິກາ ຍັງຄົງໃຫ້ຄໍາໝັ້ນສັນຍາສືບຕໍ່ບັນດາມາດຕະການເຈລະຈາທາງການທູດກັບ ສປປ.ເກົາຫຼີ ກໍ່ຄື ຮັກສາບັນດາຄໍາສັ່ງລົງໂທດປະເທດນີ້ໄປຈົນຮອດຂະນະທີ່ບັນລຸໄດ້ເປົ້າໝາຍປອດນິວເຄຼຍຢ່າງສິ້ນເຊີງ.

ໃນວັນດຽວກັນ, ກະຊວງການຕ່າງປະເທດ ອາເມລິກາ ກໍ່ຮຽກຮ້ອງໃຫ້ ສປປ.ເກົາຫຼີ “ກັບຄືນສູ່ການເຈລະຈາ” ໃນສະພາບການທີ່ປະເທດນີ້ສືບຕໍ່ນາບຂູ່  ສ.ເກົາຫຼີ ທີ່ກ່ຽວຂ້ອງເຖິງການຫວ່ານໃບປິວຕ້ານ ພຽງຢາງ.

ແຫຼ່ງຄັດຈາກ: vovworld.vn