leftcenterrightdel
ອາເມລິກາ ກ່າວຫາແຮັກເກີທີ່ກ່ຽວຂ້ອງເຖິງ ຈີນ ໄດ້ລັກເອົາຂໍ້ມູນການຄົ້ນຄວ້າກ່ຽວກັບໂຄວິດ-19. ພາບ: AP.

ບັນດານັກວິທະຍາສາດ ແລະວົງການເຈົ້າໜ້າທີ່ການແພດປ້ອງກັນໂລກລະບາດ ອາເມລິກາ ກໍ່ໄດ້ຮັບການກ່າວເຕືອນຄວນລະມັດລະວັງກ່ຽວກັບບັນດາກໍລະນີທີ່ລັກເອົາຂໍ້ມູນທາງອິນເຕີແນັດ.

ໃນຖະແຫຼງການຮ່ວມວັນທີ 13 ພຶດສະພາ, ກົມສືບສວນສະຫະລັດອາເມລິກາ (FBI)  ແລະກະຊວງປ້ອງກັນຄວາມສະຫງົບພາຍໃນ ອາເມລິກາ ໃຫ້ຮູ້ວ່າ FBI ພວມສືບສວນບັນດາເຫດບຸກໂຈມຕີທາງອິນເຕີແນັດ ຍ້ອນບາງເປົ້າໝາຍບໍ່ດີທີ່ກ່ຽວຂ້ອງເຖິງຈີນ. ຕາມ 2 ອົງການດັ່ງກ່າວແລ້ວ, ບັນດາແຮັກເກີໄດ້ຊອກຫາວິທີ ແລະລັກເອົາຊັບສິນທາງປັນຍາກໍ່ຄືຂໍ້ມູນດ້ານການແພດປ້ອງກັນໂລກລະບາດກ່ຽວຂ້ອງເຖິງວັກຊິນ, ວິທີການປິ່ນປົວ ແລະການວິໄຈຈາກບັນດາຕາໜ່າງ ແລະ ບຸກຄົນທີ່ກ່ຽວຂ້ອງເຖິງການຄົ້ນຄວ້າກ່ຽວກັບໂຄວິດ-19. ຖະແຫຼງການຂອງ FBI ແລະກະຊວງປ້ອງກັນຄວາມສະຫງົບພາຍໃນ ອາເມລິກາ ບໍ່ເຜີຍຂໍ້ມູນຢ່າງລະອຽດກ່ຽວກັບຊື່ ແລະ ນາມສະກຸນຂອງພວກແຮັກເກີກໍ່ຄືບັນດາເປົ້າໝາຍຖືກບຸກໂຈມຕີ.

ແຫຼ່ງຄັດຈາກ: vovworld.vn