ວັນທີ 16 ມັງກອນ, ທ່ານ Josep Borrell, ຜູ້ຕາງໜ້າດ້ານການທູດຂັ້ນສູງຂອງສະຫະພາບເອີລົບ (ອີຢູ) ໄດ້ມີການພົບປະກັບທ່ານ Javad Zarif ລັດຖະມົນຕີການຕ່າງປະເທດອີຣານ ຢູ່ນະຄອນຫຼວງ New Delhi, ປະເທດອິນເດຍ ເພື່ອກະຕຸກຊຸກຍູ້ໃຫ້ເຕເຮຣານ ປົກປ້ອງຂໍ້ຕົກລົງລະຫວ່າງປະເທດນີ້ ແລະ ກຸ່ມ P5+1 (ອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ) ຫຼືເອີ້ນວ່າແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ເຊິ່ງນັບມື້ນັບ “ບອບບາງ” ລົງ. ແຈ້ງການຂອງບຣຸກແຊນ ຊີ້ແຈ້ງວ່າ, ໃນບັນດາການເຈລະຈາກັບທ່ານ Javad Zarif ຢູ່ອິນເດຍ ນັ້ນ, ທ່ານ Josep Borrell ໄດ້ເນັ້ນໜັກວ່າຂໍ້ຕົກລົງນິວເຄຼຍອີຣານ ພວມມີບົດບາດສຳຄັນຍິ່ງກວ່າເວລາໃດໝົດເມື່ອຄວາມເຄັ່ງຕຶງສືບຕໍ່ເພີ່ມຂຶ້ນຢູ່ພາກພື້ນຕາເວັນອອກກາງ ໃນຊຸມມື້ຕົ້ນປີ 2020. 2 ຝ່າຍໄດ້ມີການເຈລະຈາຢ່າງກົງໄປກົງມາ, ໃນນັ້ນທ່ານ Josep Borrell ຢືນຢັນວ່າ, ຍາມໃດ ອີຢູ ກໍ່ປາດຖະໜາຢາກຮັກສາສັນຍາ JCPOA ນີ້ໄວ້.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 16 ມັງກອນ, ກະຊວງການເງິນອາເມລິກາ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ, ວໍຊິງຕັນ ຈະອະນຸຍາດທີ່ແກ່ຍາວເວລາແມ່ນ 90 ວັນ ເພື່ອຍົກເລີກບັນດາການແລກປ່ຽນດ້ານການຄ້າກັບອີຣານ ໃນບັນດາຂົງເຂດທີ່ຖືກຜົນກະທົບຍ້ອນບັນດາຄຳສັ່ງລົງໂທດໃໝ່ຂອງອາເມລິກາ ເພື່ອຫຼີກລ້ຽງການຈັດວາງຄຳສັ່ງລົງໂທດ.

ແຫຼ່ງຄັດຈາກ: vovworld.vn