ກ່າວຄໍາເຫັນຕໍ່ສະພາຄວາມໝັ້ນຄົງ ສປຊ ປະຈໍາ ນິວຢອກ, ທ່ານ Nicolay Mlandenov ໃຫ້ຂໍ້ສັງເກດວ່າ ສະພາບການຢຶດຄອງບັນດາບໍລິເວນຂອງຊາວ ປາແລັດສະຕິນ ຍັງຄົງສືບຕໍ່ດໍາເນີນ ແລະບໍ່ມີຄວາມຄືບໜ້າຫຍັງເລີຍ ເພື່ອສາມາດບັນລຸໄດ້ຂໍ້ຕົກລົງລະຫວ່າງສອງປະເທດ. ຈໍານວນບັນດາເຂດຕັ້ງຖ່ິນຖານຄົງທີ່ໃໝ່ຂອງຊາວຢິວ, ເຊິ່ງເປັນການກະທໍາທີ່ຜິດກົດໝາຍສາກົນ ນັບມື້ນັບຍິ່ງຫຼາຍຂຶ້ນ, ອັນໄດ້ເປັນສິ່ງກີດຂວາງ ແລະສົ່ງຜົນສະທ້ອນຫຼາຍພໍສົມຄວນຕໍ່ວິວັດທະນາການສ້າງສັນຕິພາບ.

ເຖິງວ່າ ໃນຊຸມອາທິດຜ່ານມາ, ສະພາບຄວາມເຄັ່ງຕຶງ ແລະຄວາມຮຸນແຮງຢູ່ເຂດກາຊາ ໄດ້ຫຼຸດຜ່ອນລົງຫຼາຍພໍສົມຄວນ ຍ້ອນບັນດາຄວາມມານະພະຍາຍາມໄກ່ເກ່ຍຂອງສປຊ ແລະອີຢິບ ກໍຕາມ, ແຕ່ຍັງຄົງມີຊາວປາແລັດສະຕິນ 3 ຄົນເສຍຊີວິດ ແລະ ກວ່າ 500 ຄົນຮັບບາດເຈັບ ໃນເຫດແຫ່ຂະບວນປະທ້ວງຢູ່ລຽບຕາມເຂດກາຊາ. ທ່ານ Nicolay Mlandenov ຮຽກຮ້ອງໃຫ້ອໍານາດການປົກຄອງ ອິດສະຣາແອັນ ຈົ່ງຄວບຄຸມການນໍາໃຊ້ອາວຸດ.

ແຫຼ່ງຄັດຈາກ: vovworld.vn