ຝຣັ່ງ, ເຢຍລະມັນ ແລະ ອັງກິດ ສະເໜີໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດຕັ້ງກອງປະຊຸມພາຍຫລັງການດຳເນີນບັນດາເຫດຍິງລູກສອນໄຟໃນໄລຍະມໍ່ໆມານີ້ຂອງ ພຽງຢາງ ເຊິ່ງໄດ້ລະເມີດບັນດາຄຳສັ່ງລົງໂທດຂອງສະຫະປະຊາຊາດ.

leftcenterrightdel
ສະພາຄວາມໝັ້ນຄົງສະຫະປະຊາຊາດ. ພາບ: THX/ສໍານັກຂ່າວສານຫວຽດນາມ.

ປະຈຸບັນ, ສປປ.ເກົາຫຼີ ພວມຖືກສະຫະປະຊາຊາດຈັດວາງຄຳສັ່ງລົງໂທດແນໃສ່ບັງຄັບໃຫ້ ພຽງຢາງ ປະລະໂຄງການອາວຸດນິວເຄຼຍ ແລະ ລູກສອນໄຟນຳວິຖີ. ບັນດາຄຳສັ່ງລົງໂທດນີ້ຈະຈຳກັດເລື່ອງ ສປປ.ເກົາຫຼີ ນຳເຂົ້ານ້ຳມັນ ແລະ ຈັດວາງຄຳສັ່ງຫ້າມສົ່ງອອກຖ່ານຫີນ, ປາ ແລະ ເຄື່ອງຕ່ຳແຜ່ນຕັດຫຍິບ. ລັດເຊຍ ແລະ ຈີນ ຮຽກຮ້ອງໃຫ້ສະຫະປະຊາຊາດ ຍົກເລີກບັນດາຄຳສັ່ງລົງໂທດນີ້ ເພື່ອສ້າງທ່າໃຫ້ ສປປ.ເກົາຫຼີ ປອດນິວເຄຼຍ, ແຕ່ ອາເມລິກາ ໄດ້ປະຕິເສດສິ່ງດັ່ງກ່າວ.

ແຫຼ່ງຄັດຈາກ: vovworld.vn