ອີຣານ ຈະບໍ່ຍອມຢູ່ລ້າໆຖ້າຫາກຖືກບຸກໂຈມຕີ ແລະຈະມີການໂຕ້ຕອບຢ່າງແຮງ. ຜູ້ບັນຊາການກໍາລັງພິທັກຮັກສາປະຕິວັດ ອິດສະຣາມ ອີຣານ (IRGC), ທ່ານພົນຕີ Hossein Salami  ໄດ້ຍົກອອກຖະແຫຼງການດັ່ງກ່າວໃນວັນທີ 21 ກັນຍາ ພາຍຫຼັງ ອາເມລິກາ ກ່າວຫາ ອີຣານ ວ່າຢືນຢູ່ເບື້ອງຫຼັງບັນດາເຫດບຸກໂຈມຕີແນໃສ່ 2 ໂຮງງານກັ່ນນໍ້າມັນຢູ່ ອາຣັບບີ ຊາອຸດິ ໃນວັນທີ 14 ກັນຍາ ຜ່ານມານັ້ນ. ກ່າວຄໍາເຫັນໃນລາຍການໂທລະພາບແຫ່ງຊາດ, ທ່ານພົນຕີ Hossein Salami  ຢັ້ງຢືນວ່າ ອີຣານ ພ້ອມແລ້ວທີ່ຈະຮັບມືກັບທຸກກໍລະນີ, ບໍ່ປະໃຫ້ປະເທດຊາດຖືກກາຍເປັນສະໜາມຮົບ ແລະຈະປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນໃຫ້ໄດ້.

leftcenterrightdel
ທ່ານພົນຕີ Hossein Salami. ພາບ: ສຳນັກຂ່າວສານຫວຽດນາມ.

ໃນຂະນະນັ້ນ, ວັນທີ 21 ກັນຍາ, ທ່ານ Adel al – Jubeir ຜູ້ຮັບຜິດຊອບວຽກງານການພົວພັນຕ່າງປະເທດຂອງ ອາຣັບບີ ຊາອຸດິ ໃຫ້ຮູ້ວ່າ Riyadh ຈະຜັນຂະຫຍາຍບັນດາມາດຕະການທີ່ເໝາະສົມ ເພື່ອໂຕ້ຕອບການບຸກໂຈມຕີແນໃສ່ບັນດາໂຮງງານກັ່ນນໍ້າມັນ, ຖ້າເປັນໄປຕາມການຄາດຄະເນຈະຈັດການສືບສວນເພື່ອຢັ້ງຢືນວ່າ ອີຣານ ຕ້ອງຮັບຜິດຊອບເຫດການດັ່ງກ່າວນີ້. ຕາມທ່ານ Adel al – Jubeir ແລ້ວ, ການສືບສວນຈະພິສູດວ່າບັນດາການບຸກໂຈມຕີໃນວັນທີ 14 ກັນຍາ ແມ່ນມາຈາກທາງພາກເໜືອ  ແລະ ອີຣານ ຕ້ອງຮັບຜິດຊອບ. ເຖິງຢ່າງໃດກໍຕາມ, ອີຣານ ໄດ້ປະຕິເສດຄໍາກ່າວຫາດັ່ງກ່າວ.

ແຫຼ່ງຄັດຈາກ: vovworld.vn