ສໍານັກຂ່າວສານ SANA ຂອງ ຊີຣີ ໃນວັນທີ 21 ກັນຍາ ໃຫ້ຮູ້ວ່າກໍາລັງປ້ອງກັນອາກາດປະເທດນີ້ໄດ້ຍິງເຮືອບິນບໍ່ມີຄົນຂັບລໍາໜ່ຶງຕົກຢູ່ທາງພາກໃຕ້ແຂວງ Quneitra. ນີ້ແມ່່ນເຫດການຍິງເຮືອບິນບໍ່ມີຄົນຂັບຕົກລໍາທີ 2 ຢູ່ເຂດນີ້ໃນຮອບເວລາ 48 ຊົ່ວໂມງຜ່ານມາ.

ເຮືອບິນບໍ່ມີຄົນຂັບຖືກຍິງຕົກຢູ່ເຂດຊົນນະບົດແຂວງ Quneitra, ທາງທິດຕາເວັນຕົກສ່ຽງໃຕ້ຂອງນະຄອນຫຼວງ Damascus. ເຮືອບິນໄດ້ບັນຈຸລະເບີດ ແລະທາດລະເບີດ C4.  ແລະ ກ່ອນໜ້ານັ້ນວັນທີ 19 ກັນຍາ, ກໍາລັງປ້ອງກັນອາກາດ ຊີຣີ ກໍໄດ້ຍິງເຮືອບິນບໍ່ມີຄົນຂັບຕົກລໍາໜຶ່ງຢູ່ບ້ານ Aqraba, ທາງທິດຕາເວັນອອກສ່ຽງໃຕ້ຂອງ Damascus. ປັດຈຸບັນ, ຍັງບໍ່ທັນກໍານົດໄດ້ວ່າ ເຮືອບິນ 2 ລໍາດັ່ງກ່າວແມ່ນບິນມາຈາກໃສ.

ແຫຼ່ງຄັດຈາກ: vovworld.vn