ຄວາມເຫັນດີເຫັນພ້ອມນີ້ ບັນລຸໄດ້ພາຍຫລັງ ພຽງຢາງ ສືບຕໍ່ດຳເນີນການຍິງທົດລອງອາວຸດ ພຽງເວລາ 2 – 3 ຊົ່ວໂມງ ພາຍໃຕ້ການຊີ້ນຳຂອງການນຳ ສປປ.ເກົາຫຼີ Kim Jong-un. ຕາມສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໃຫ້ຮູ້ວ່າ: ທ່ານ Kim Jong-un ໄດ້ຊີ້ນຳເຫດທົດລອງ ແລະ ເຫດຍິງທົດລອງ ເຊິ່ງພິສູດໃຫ້ເຫັນທຸກຈຸດພິເສດດ້ານເຕັກນິກ ແລະ ຍຸດທະວິທີຂອງລະບົບທີ່ບັນລຸໄດ້ຕາມຄວາມຮຽກຮ້ອງຕ້ອງການວາງອອກ.

leftcenterrightdel
ອາວຸດໃໝ່ຂອງ ສປປ.ເກົາຫຼີ. (ພາບ: THX/TTXVN)

ໃນບັນດາການພົບປະ 2 ຝ່າຍກັບທ່ານນາຍົກລັດຖະມົນຕີ ຝຣັ່ງ Emmaunel Macron, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ແລະ ທ່ານນາຍົກລັດຖະມົນຕີ ການາດາ Justin Truadeau, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ແລະ ບັນດາຄູ່ຕຳແໜ່ງເນັ້ນໜັກວ່າ ປະຊາຄົມສາກົນຄວນປະຕິບັດບັນດາມະຕິຂອງສະຫະປະຊາຊາດຢ່າງຄົບຖ້ວນ ແນໃສ່ບັງຄັບ ສປປ.ເກົາຫຼີ ປະລະຄວາມມັກໃຫຍ່ໃຝ່ສູງລູກສອນໄຟ ແລະ ອາວຸດນິວເຄຼຍ.

ແຫຼ່ງຄັດຈາກ: vovworld.vn