leftcenterrightdel
ທ່ານ ຈາງຮານຫວຍ ເອກອັກຄະລັດຖະທູດຈີນ ປະຈຳລັດເຊຍຄົນໃໝ່ . ພາບ: tass.com.

ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 14 ສິງຫາ, ທ່ານ ຈາງຮານຫວຍ ໃຫ້ຮູ້ວ່າ: ຈີນ ຕັດສິນໃຈຍົກສູງລະດັບການພົວພັນລະຫວ່າງລັດເຊຍ ແລະຈີນ ຂຶ້ນໄວລະດັບສູງໃໝ່. ນັກການທູດຈີນ ເນັ້ນໜັກວ່າສິ່ງໃດທີ່ບັນລຸໄດ້ໃນ 70 ປີຜ່ານມາແມ່ນພື້ນຖານຄວາມໝັ້ນຄົງ ແລະບົນພື້ນຖານນັ້ນ, ລັດເຊຍ ແລະຈີນ ຄວນພັດທະນາການຮ່ວມມືສອງຝ່າຍກ່ວາອີກ. ຕາມການຕີລາຄາຂອງທ່ານແລ້ວ, ການພົວພັນລະຫວ່າງລັດເຊຍ ແລະຈີນ ແມ່ນໝັ້ນຄົງທີ່ສຸດໃນໂລກ ແລະແມ່ນການພົວພັນອັນດີງາມທີ່ສຸດລະຫວ່າງບັນດາປະເທດບ້ານໃກ້ເຮືອນຄຽງ.

ຕາມທ່ານເອກອັກຄະລັດຖະທູດຈີນ ຄົນໃໝ່ແລ້ວ, ໃນ 6 ເດືອນທ້າຍປີ 2019, ສອງຝ່າຍຈະແລກປ່ຽນບັນດາການຢ້ຽມຢາມ ເພື່ອປັບປຸງການພົວພັນສອງຝ່າຍ.

ແຫຼ່ງຄັດຈາກ: vovworld.vn