leftcenterrightdel
ຍີ່ປຸ່ນ ສະເໜີ ອາເມລິກາ ຍົກອອກພະຍານຫຼັກຖານຢ່າງຈະແຈ້ງກ່ຽວກັບການກະທຳບຸກໂຈມຕີກໍາປັ່ນຢູ່ອ່າວ Oman. ພາບ: AFP/ ສໍານັກຂ່າວສານຫວຽດນາມ.

ໃນເຫດບຸກໂຈມຕີດັ່ງກ່າວ, ກໍາປັ່ນຂົນສົ່ງນ້ຳມັນ Front Altair ຂອງບໍລິສັດຂົນສົ່ງ ນອກແວ ເກີດໄຟໄໝ້ ພາຍຫລັງຖືກບຸກໂຈມຕີໃນຂະນະທີ່ພວມເດີນທາງຈາກ ກາຕາ ໄປຍັງ ໄຕ້ຫວັນ (ຈີນ). ຫລັງຈາກນັ້ນ, ກໍາປັ່ນຂົນສົ່ງນ້ຳມັນ Kokuka Courageous ຂອງບໍລິສັດ Kokuka Sangyo ທີ່ມີສຳນັກງານຕັ້ງຢູ່ ໂຕກຽວ (ຍີ່ປຸ່ນ) ກໍ່ເກີດໄຟໄໝ້ໃນຂະນະທີ່ພວມເດີນທາງຈາກທ່າກໍາປັ່ນຂອງ ຊະອຸດິ ອາຣາເບຍ ໄປຍັງ ສິງກະໂປ ແລະ ໄທ.

ພາຍຫລັງເກີດເຫດບຸກໂຈມຕີພຽງ 2 – 3 ຊົ່ວໂມງ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ກ່າວຫາວ່າ ອີຣານ ບຸກໂຈມຕີກໍາປັ່ນຂົນສົ່ງນ້ຳມັນ 2 ລຳດັ່ງກ່າວ, ແຕ່ບໍ່ຍົກອອກພະຍານຫຼັກຖານໃດ. ຫລັງຈາກນັ້ນ, ກະຊວງປ້ອງກັນປະເທດອາເມລິກາ ກໍ່ໄດ້ປະກາດຕອນວີດີໂອບັນທຶກກໍາປັ່ນລາດຕະເວນຂອງ ອີຣານ ລຳໜຶ່ງພວມແກະລະເບີດທີ່ຕິດໃສ່ກໍາປັ່ນ Kokuka Sangyo ຂອງ ຍີ່ປຸ່ນ.

ແຫຼ່ງຄັດຈາກ: vovworld.vn