ທັງນີ້ ມາ​ເລ​ເຊຍ ​ກາຍເປັນ​ໜຶ່ງ​ໃນ​ຈຸດໝາຍ​ທາງ​ເລືອກພາຍຫລັງ​ຈີນ​ ປະກາດເມື່ອ​ປີ​ກາຍ​ນີ້ຍົກ​ເລີກນະ​ໂຍບາຍ​ຮັບ​ຊື້​ຂີ້​ເຫຍື້ອ ປະ​ເພດ​​ເສດໂລ​ຫະ ​ແລະພາກ​ສ່ວນອຸປະ​ກອນ​ເອ​ເລັກ​ໂຕນິກ ​ລວ​ມທັງຫລຸດຜ່ອນ​ການນຳ​ເຂົ້າ​ຂີ້​ເຫຍື້ອ​ທ່ີ​ເຫລືອ​ໃຊ້​ປະ​ເພດ​ອື່ນ​ເປັນ​ຕົ້ນ​ປະ​ເພດ​ຢາງ, ​ເປັນ​ສ່ວນ​ໜຶ່ງຂອງ​ນະ​ໂຍບາຍຕໍ່​ຕ້ານ​ຂີ້​​ເຫຍື້ອຕ່າງປະ​ເທດ ​ເພື່ອ​ປະຕິ​ຮູບ​ສິ່ງ​ແວດ​ລ້ອມ​ພາຍ​ໃນ​ປະ​ເທດ ​ແລະຍົກ​ລະດັບ​ຄຸນ​ນະພາ​ບຊີວິດການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈີນ​ອີກດ້ວຍ.

leftcenterrightdel
ພາບປະກອບຈາກ: Reuters

ປັດຈຸບ​ັນ, ມາ​ເລ​ເຊ​ຍ ກາຍ​ເປັນ​ໜຶ່ງ​ໃນ​ປະ​ເທດ​ປາຍທາງ​ແຫ່ງ​ໃໝ່​ຂອງ​ການ​ຮັບ​ຊື້​ຂີ້​ເຫຍື້ອ​ປະ​ເພດ​ຢາງ ສົ່ງ​ຜົນ​ໃຫ້ເກີດ​ທຸລະ​ກິດ​ຮັບ​ຊື້​ຂີ້​​ເຫຍື້ອ​ຜິ​ດກົດໝາຍ ​ແລະການ​ລັກລອບ​ນຳ​ໃຊ້​ຂີ້​ເຫຍື້ອ​ປະ​ເພດ​ຢາງຄືນ (ຄຸນ​ນະພາ​ບຕ່ຳ ​ແລະຂີ້​ເຫຍື້ອ​ເປັນ​ພິດ​ອີກ​ ຫລາຍ​ຊະນິດກາຍ​ເປັນ​ບັນຫາ​ສັງຄົມ ​ແລະບັນຫາ​ສິ່ງ​ແວດ​ລ້ອມ​ໃໝ່​​​ທ່ີທຸກພາກສ່ວນໃນມາ​ເລ​ເຊຍ ພວມ​ເລັ່ງຊອກ​ຫາ​ວິທີ​ທາງ​ ແກ້​ໄຂ​. ນອກນັ້ນ, ທ່ານ​ນາງ​ ເຫ​ຍາ ບີ​ຫຍິນ ຍັງກ່າວວ່າບັນດາປະເທດພັດທະນາແລ້ວຕ້ອງຮັບຜິດຊອບ ຕໍ່ຂິ້ເຫຍື້ອຂອງຕົນເອງ ແລະຕຳນິບາງປະເທດລະເມີດສົນທິສັນຍາບາເຊວວ່າດ້ວຍການລັກລອບສົ່ງຂິ້ເຫຍື້ອເປັນພິດມາດ້ວຍ.

ຂ່າວ: ຂປລ