ໃນບົດກ່າວປາໄສ ເມື່ອວັນທີ 30 ເມສາ, ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ຖະແຫຼງວ່າ ກົນອຸບາຍກໍ່ລັດຖະປະຫານ ໂດຍທ່ານຫົວໜ້າຝ່າຍຄ້ານ Juan Guaido ປຸກລະດົມໃນວັນດຽວກັນແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນການຄົງຕົວຂອງບັນດາກຸ່ມຂວາຈັດ ເຊິ່ງຍາມໃດກໍຊອກຫາວິທີສ້າງຕ້ັງບັນດາເຫດການໃຊ້ຄວາມຮຸນແຮງເພື່ອຮັບໃຊ້ໃຫ້ແກ່ຜົນປະໂຫຍດຂອງບັນດາກໍາລັງພາຍນອກ.

ແລະກໍໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດເວເນຊູເອລາ Jorge Arreza ໄດ້ຍົກອອກຄໍາກ່າວຫາວ່າ ອໍານາດການປົກຄອງອາເມລິກາ ໄດ້ເຂົ້າຮ່ວມການລະດົມດັ່ງກ່າວ, ອຸປະຖໍາ ແລະຢືນຢູ່ເບື້ອງຫຼັງຊຸກຍູ້ກົນອຸບາຍກໍ່ລັດຖະປະຫານ ໂດຍທ່ານ Juan Guaido ຫົວໜ້າຝ່າຍຄ້ານນໍາໜ້າ ພ້ອມທັງມີການເຂົ້າຮ່ວມຂອງກຸ່ມພົນທະຫານທໍລະຍົດປະຕິບັດ ເພື່ອແນໃສ່ໂຄ່ນລົ້ມອໍານາດການປົກຄອງທີ່ຖືກຕ້ອງຕາມລັດຖະທໍາມະນູນຂອງທ່ານປະທານາທິບໍດີ Nicolas Maduro.

ຕໍ່ໜ້າບັນດາການຜັນແປຫຼ້າສຸດຢູ່ ເວເນຊູເອລາ, ໃນວັນດຽວກັນ ສະຫະພາບເອີຣົບ (ອີຢູ) ໄດ້ຮຽກຮ້ອງໃຫ້ບັນດາຝ່າຍກ່ຽວຂ້ອງຢູ່ ເວເນຊູເອລາ “ຈົ່ງລະງັບໃຈຢ່າງສຸດຂີດ”. ອີຢູ ຢັ້ງຢືນຄືນໃໝ່ວ່າ ມາດຕະການທາງດ້ານການເມືອງ, ສັນຕິພາບ ແລະປະຊາທິປະໄຕ ແມ່ນ ມາດຕະການໜຶ່ງດຽວ ໃຫ້ແກ່ສະພາບການຢູ່ ເວເນຊູເອລາ ໃນປັດຈຸບັນ; ພ້ອມທັງກ່າວປະນາມການໃຊ້ຄວາມຮຸນແຮງທຸກຮູບແບບ.

ແຫຼ່ງຄັດຈາກ: vovworld.vn