ບົດລາຍງານຂອງ IEA ລາຍງານວ່າປະລິມານນ້ຳມັນຂອງອີຣັກ ໃນທົດສະວັດໜ້າຈະເພີ່ມຂຶ້ນໃນລະດັບໜ້າປະ​ທັບ​ໃຈ ເຖິງ 1,3 ລ້ານຖັງຕໍ່ວັນ, ເຊິ່ງຍົກເອົາຍອດຈຳນວນລວມທັງໝົດບັນລຸ 5,9 ລ້ານຖັງຕໍ່ວັນ, ຊ່ວຍເຮັດໃຫ້ປະເທດນີ້ກາຍເປັນປະເທດ ສະໜອງນ້ຳມັນຂະໜາດໃຫຍ່ໃນປີ 2030. 

leftcenterrightdel
ບົດລາຍງານຂອງ IEA ຄາດວ່າ ອິຣັກ ຈະກາຍເປັນປະເທດສະໜອງນ້ຳມັນຂະໜາດໃຫຍ່ອັນດັບທີ 3 ຂອງໂລກໃນປີ 2030. ພາບ: Reuters.

ທ່ານ ຟາຕິດບີໂຣນ ກ່າວວ່າປະເທດນີ້ພວມ ແລະຈະເປັນໜຶ່ງໃນບັນດາເສົາຄ້ຳສຳຄັນໃນຕະຫລາດນ້ຳມັນໃນອະນາຄົດ. ການຄາດຄະເນດັ່ງກ່າວແມ່ນອີງຕາມປະລິມານນ້ຳມັນຕົວຈິງຂອງອິຣັກ ເພີ່ມຂຶ້ນ 50% ນັບແຕ່ປີ 2012, ເຖິງວ່າລາຄານ້ຳມັນຫລຸດລົງໃນຊຸມປີຜ່ານມາ ແລະຄວາມເສຍຫາຍຕ່າງໆຈາກອົງການສາສະໜາອິດສະລາມ(IS). ນີ້ສະແດງໃຫ້ເຫັນເຖິງຂະແໜງການອຸດສາຫະກຳນ້ຳມັນຂອງອິຣັກ ພວມມີການຟື້ນຟູຂຶ້ນຢ່າງວ່ອງໄວ. ປັດຈຸບັນ, ອີຣັກ ເປັນປະເທດສົ່ງອອກນ້ຳມັນຂະໜາດໃຫຍ່ອັນດັບທີ 5 ຂອງໂລກ ແລະເປັນອັນດັບທີ 2 ໃນອົງການບັນດາປະເທດສົ່ງອອກນ້ຳມັນ (OPEC).

ຂ່າວ: ຂປລ