ນີ້ແມ່ນເຫດການທີ່ສຳຄັນໃນອາຍຸການທີ່ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ເປັນປະທານຜັດປ່ຽນຂອງການຮ່ວມມືດ້ານການສຶກສາອາຊຽນ ປີ 2022-2023.

leftcenterrightdel
ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ແລະບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ແຄ໊ງຮ່າ

ກ່າວຄຳເຫັນທີ່ພິທີ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ຢືນຢັນວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍພິເສດເມື່ອໄດ້ຈັດຂຶ້ນແບບເຊິ່ງໜ້າພາຍຫຼັງ 2 ປີທີ່ທົ່ວໂລກຕ້ານພະຍາດໂຄວິດ-19 ແລະວຽກງານການສຶກສາຢູ່ທົ່ວໂລກລ້ວນແຕ່ຖືກຂາດວັກຂາດຕອນ. ທ່ານ ຫວູດຶກດາມ ເນັ້ນໜັກວ່າ ຜ່ານກອງປະຊຸມນີ້ ແລະພ້ອມດ້ວຍບຸລິມະສິດຕ່າງໆໃນສະໄໝທີ່ຫວຽດນາມ ໄດ້ຮັບກຽດເປັນປະທານຮ່ວມມືດ້ານການສຶກສາ 2022-2023 ຂອງອາຊຽນ, ຂ້າພະເຈົ້າເຊື່ອໝັ້ນວ່າການນຳຂະແໜງສຶກສາຂອງບັນດາປະເທດອາຊຽນ ຈະພ້ອມກັນກໍ່ສ້າງ ແລະປະຕິບັດນະໂຍບາຍການສຶກສາຢ່າງຖືກຕ້ອງ, ມີປະສິດທິຜົນ. ກ່ອນອື່ນໝົດແມ່ນເພື່ອຟື້ນຟູ ແລະຮັກສາລັກສະນະຕໍ່ເນື່ອງຂອງການເຄື່ອນໄຫວດ້ານການສຶກສາ.

ຢູ່ທີ່ກອງປະຊຸມລັດຖະມົນຕີການສຶກສາອາຊຽນ ຄັ້ງທີ 12, ລັດຖະມົນຕີບັນດາປະເທດສະມາຊິກອາຊຽນ ໄດ້ແລກປ່ຽນກ່ຽວກັບສະພາບການສຶກສາ ແລະກໍ່ສ້າງຂອງແຕ່ລະປະເທດ, ແບ່ງປັນບັນດາບົດຮຽນພຶດຕິກຳຕົວຈິງ, ປະສົບການ ແລະການຊອກຫາມາດຕະການຮ່ວມມື, ມຸ່ງໄປສູ່ການພັດທະນາການສຶກສາແບບຍືນຍົງຂອງແຕ່ລະປະເທດ, ພິເສດແມ່ນໃນສະພາບການພາຍຫຼັງພະຍາດໂຄວິດ-19.

ໂດຍ: ທະນາພອນ