ທ່ານ Iman Pambagyo ປະທານຄະນະກໍາມະການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ຂອງອາຊຽນ ເນັ້ນໜັກວ່າ ຖ້າສັນຍາ RCEP ໄດ້ຮັບການລົງນາມໃນເດືອນພະຈິກ ປີ 2020, ສັນຍາສະບັບນີ້ຈະເປັນການສົ່ງສານ “ຢ່າງຈະແຈ້ງ” ແລະ “ເຂັ້ມແຂງທີ່ສຸດ” ໃນທ່າມກາງທີ່ທົ່ວໂລກກໍາລັງປະເຊີນໜ້າກັບການຊຸດໂຊມເສດຖະກິດທົ່ວໂລກ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19.

ເມື່ອຕອບສໍາພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ Jakarta, ທ່ານ Iman Pambagyo - ທັງເປັນຫົວໜ້າກົມໃຫຍ່ເຈລະຈາການຄ້າສາກົນ ສັງກັດກະຊວງການຄ້າອິນໂດເນເຊຍ ຖືວ່າຕໍ່ໜ້າສະພາບການຕົວຈິງທີ່ວ່າ ລະບົບການຄ້າຫຼາຍຝ່າຍກໍາລັງຖືກຫຼາຍປະເທດ, ລັດຖະບານ ແລະປະຊາຄົມສົງໄສວ່າ, ການລົງນາມສັນຍາ RCEP ຈະ “ຢັ້ງຢືນການຕັດສິນໃຈ” ເປີດກວ້າງ ແລະເຮັດໃຫ້ການຮ່ວມສຳພັນເສດຖະກິດພາກພື້ນເລິກເຊິ່ງຂຶ້ນຕື່ມ.

leftcenterrightdel
ທ່ານ Iman Pambagyo ປະທານຄະນະກໍາມະການເຈລະຈາສັນຍາ RCEP ຂອງອາຊຽນ ຕອບສໍາພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບຜົນກະທົບຂອງສັນຍາ RCEP ທີ່ມີຕໍ່ການແລກປ່ຽນການຄ້າລະຫວ່າງອິນໂດເນເຊຍ ແລະຫວຽດນາມ, ທ່ານ Iman ຖືວ່າສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຄົ້ນຫາ ແລະໄດ້ຊົມໃຊ້ຜົນປະໂຫຍດ. ປະຈຸບັນ,  ອິນໂດເນເຊຍ ແລະຫວຽດນາມ ກໍາລັງຮ່ວມມືໃນຂອບເຂດອາຊຽນ. ແຕ່ເພື່ອມຸ່ງໄປຂ້າງໜ້າ, ສອງປະເທດຕ້ອງສຸມໃສ່ບັນດາທ່າແຮງທີ່ສາມາດເພີ່ມເຕີມໃຫ້ກັນ ແລະບັນດາຜະລິດຕະພັນດີທີ່ສຸດເພື່ອສາມາດແລກປ່ຽນນໍາກັນ.

ທ່ານ Iman Pambagyo ກໍຕີລາຄາສູງບົດບາດປະທານອາຊຽນຂອງຫວຽດນາມ ໃນການນໍາພາອາຊຽນໃນຈຸດເວລາທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ແລະປາດຖະໜາວ່າ ຫວຽດນາມ ຈະປະຕິບັດສໍາເລັດອາຍຸການປະທານອາຊຽນຂອງຕົນໃນປີນີ້ໄດ້ເປັນຢ່າງດີ.

ຕາມທ່ານ Iman  ແລ້ວ, ຖ້າສັນຍາ RCEP ໄດ້ຮັບການລົງນາມ, ຫວຽດນາມ ສາມາດສົ່ງສານໄປໃຫ້ພາກສ່ວນທີ່ຍັງເຫຼືອຂອງໂລກ, ພິເສດແມ່ນຢູ່ພາກພື້ນຂອງ RCEP, ດ້ວຍການຢໍ້າຄືນທັດສະນະທີ່ວ່າສັນຍາ RCEP ແມ່ນ “ໂຄງການໂດຍອາຊຽນເປັນຜູ້ນໍາພາ”.

ໂດຍ: ໄຊຊະນະ