leftcenterrightdel
ທ່ານ ດັ້ງດິ່ງກຸຍ ເອກອັກຄະລັດຖະທູດ ກ່າວຄໍາເຫັນທີ່ການປະຊຸມ. ພາບ: baoquocte.vn.

ຄວາມເຫັນຂອງບັນດາປະເທດຊຸມໃສ່ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການສ້າງເຄືອຂ່າຍອິນເຕີເນັດສັນຕິພາບ, ປອດໄພ, ໝັ້ນຄົງ, ສະຖຽນລະພາບ, ເຄົາລົບກົດໝາຍສາກົນ, ຮຽກຮ້ອງເພີ່ມທະວີມາດຕະການກໍ່ສ້າງຄວາມສາມາດນໍາໃຊ້, ບໍລິຫານເຄືອຂ່າຍອິນເຕີເນັດ, ຍູ້ແຮງການຮ່ວມມືສາກົນ, ແບ່ງປັນບົດຮຽນກ່ຽວກັບປົກປັກຮັກສາເຄືອຂ່າຍອິນເຕີເນັດຂອງປະເທດ.

ທ່ານ ດັ້ງດິ່ງກຸຍ ເອກອັກຄະລັດຖະທູດ ຫົວໜ້າຄະນະຕາງໜ້າຫວຽດນາມ ປະຈໍາ ສປຊ ໃຫ້ຮູ້ວ່າ ຫວຽດນາມ ສະໜັບສະໜູນການກໍ່ສ້າງສະພາບແວດລ້ອມເຄືອຂ່າຍອິນເຕີເນັດຢ່າງປອດໄພ, ເປັນມິດ, ເປີດອົກເປີດໃຈ ແລະສະຖຽນລະພາບ, ຕອບສະໜອງຄວາມຕ້ອງການ ແລະຜົນປະໂຫຍດອັນຊອບທໍາຂອງບັນດາປະເທດ, ປະຊາຊົນ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ. ທ່ານ ດັ້ງດິ່ງກຸຍ ແບ່ງປັນວ່າ ຄວາມໝັ້ນຄົງທາງອິນເຕີເນັດ, ການຮ່ວມມືສ້າງຄວາມກຳລັງສາມາດ ແລະຄວາມສາມາດຮັບມືກັບອຸບັດເຫດທາງເຄືອຂ່າຍອິນເຕີເນັດແມ່ນໜຶ່ງໃນບັນດາບູລິມະສິດໃນການເຄື່ອນໄຫວຂອງອາຊຽນ; ໃນປີ 2020, ຫວຽດນາມ ດ້ວຍບົດບາດເປັນປະທານອາຊຽນ ໄດ້ຈັດຕັ້ງສອງກອງປະຊຸມຂັ້ນສູງພິເສດອາຊຽນ ແລະອາຊຽນ+3 ກ່ຽວກັບໂຄວິດ-19 ສໍາເລັດຜົນ ແລະປອດໄພ.

ໂດຍ: ຈາງຫງວຽນ