leftcenterrightdel
ກຳລັງຕຳຫຼວດຂວາງກັ້ນລົດແກ່ລົດໄຖ ຢູ່ໃກ້ທາດ Eiffel, ວັນທີ 8 ມັງກອນ 2026. ພາບ: REUTERS

ໃນຂະນະນັ້ນ, ຢູ່ໃກ້ນະຄອນ Bordeaux ທາງທິດຕາເວັນຕົກສ່ຽງໃຕ້ປະເທດ ຝລັ່ງ ກໍເກີດການແຫ່ຂະບວນປະທ້ວງໜຶ່ງ, ໃນນັ້ນຜູ້ມີຄວາມຮັບຜິດຊອບຂອງທ້ອງຖິ່ນໃຫ້ຮູ້ວ່າ ມີລົດລາງພາຫະນະກະເສດປະມານ 40 ຄັນ ໄດ້ຈອດຂວາງກັ້ນຢູ່ທາງເຂົ້າສາງເຊື້ອເພີງ. ຜູ້ແຫ່ຂະບວນປະທ້ວງສະແດງຄວາມວິຕົກກັງວົນວ່າ ສັນຍາສະບັບນີ້ຈະສ້າງຕະຫຼາດແກ່ງແຍ້ງແບບບໍ່ຍຸຕິທຳ, ເຮັດໃຫ້ຜະລິດຕະພັນພາຍໃນປະເທດຖືກກຳລັງກົດດັນຕໍ່ກັບກະແສສິນຄ້າລາຄາຖືກ ທີ່ມາຈາກບັນດາປະເທດອາເມລິກາໃຕ້. ນອກຈາກນັ້ນແລ້ວ, ຊາວກະສິກອນຝລັ່ງ ກໍຄັດຄ້ານການຕົກລົງຂອງລັດຖະບານກ່ຽວກັບການທຳລາຍສັດລ້ຽງເພື່ອຮັບມືກັບການແຜ່ລາມຂອງພະຍາດຜິວໜັງງົວອັກເສບ.

ທ່ານນາງ Annie Genevard ລັດຖະມົນຕີກະຊວງກະສິກຳ ຝລັ່ງ ຍອມຮັບວ່າ ຄຳຮຽກຮ້ອງຂອງຊາວກະສິກອນແມ່ນ “ຊອບທຳ”, ແຕ່ຮຽກຮ້ອງໃຫ້ບັນດາຝ່າຍໃຈເຢັນໆ ແລະ ດຳເນີນການໂອ້ລົມສົນທະນາ.

ຕາມແຜນການແລ້ວ, ບັນດາປະເທດສະມາຊິກ EU ຈະປ່ອນບັດຮັບຮອງເອົາຂໍ້ຕົກລົງການຄ້າເສລີລະຫວ່າງ EU ແລະ MERCOSUR ໃນວັນທີ 9 ກັນຍາ, ເປີດທາງໃຫ້ແກ່ການລົງນາມຢ່າງເປັນທາງການໃນອາທິດໜ້າ.

ແຫຼ່ງຄັດຈາກ: voworld.vn