ອຳນາດການປົກຄອງ ປະທານາທິບໍດີ ອາເມລິກາ Donald Trump ໄດ້ຊີ້ນຳບັນດາອົງການການທູດອາເມລິກາ ທັງໝົດໃນໂລກຢຸດຕິການອອກວິຊີທຸກປະເພດໃຫ້ແກ່ພົນລະເມືອງອາບການິດສະຖານ, ໝາຍຄວາມວ່າ ໂຄງການວິຊາພິເສດທີ່ສະຫງວນໃຫ້ແກ່ຊາວອາບການິດສະຖານ ທີ່ເຄີຍຊ່ວຍເຫຼືອ ອາເມລິກາ ໃນຕະຫຼອດ 2 ທົດສະວັດ ທີ່ປະເທດນີ້ມີທະຫານປະຈຳຢູ່ອາບການິດສະຖານ ກໍຖືກຢຸດຕິເຊັ່ນດຽວກັນ.
ແຈ້ງການຂອງລັດຖະບານເຖິງບັນດາອົງການຕາງໜ້າທາງການທູດອາເມລິກາ ໃນວັນທີ 28 ພະຈິກ ມີຜົນສັກສິດໃນທັນທີ, ໂດຍໄດ້ລະບຸຢ່າງຈະແຈ້ງວ່າທຸກສຳເນົາເອກະສານຂໍວິຊາຂອງພົນລະເມືອງອາບການິດສະຖານ, ລວມທັງວິຊາປະຈຳຖິ່ນພິເສດລ້ວນແຕ່ຖືກປະຕິເສດ.
ແຫຼ່ງຄັດຈາກ: vovworld.vn
Type the code from the image