leftcenterrightdel
ປະຊາຊົນເຂົ້າຮ່ວມການແຫ່ຂະບວນປະທ້ວງຄັດຄ້ານຕໍ່ສະພາບຄວາມເຄັ່ງຕຶງລະຫວ່າງປະເທດນີ້ກັບ ອາເມລິກາ ເພີ່ມຂຶ້ນ. ພາບ: REUTERS/Gaby Oraa

ຄວາມເຄັ່ງຕຶງລະຫວ່າງສອງປະເທດເພີ່ມຂຶ້ນຢ່າງແຮງໃນສະພາບການອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ໄດ້ນາບຂູ່ດ້ວຍການເຄື່ອນໄຫວການທະຫານເລັ່ງໃສ່ເວເລຊູເອລາ ເປັນຫຼາຍຄັ້ງ, ດ້ວຍຂໍ້ອ້າງກ່າວຫາປະເທດນີ້ກ່ຽວຂ້ອງເຖິງການເຄື່ອນໄຫວຊື້ຢາເສບຕິດແບບຜິດກົດໝາຍ. ກະຊວງການຕ່າງປະເທດ ເວເນຊູເອລາ ຕຳໜິຕິຕຽນຄຳປາໄສຂອງທ່ານປະທານາທິບໍດີ Donald Trump ວ່າ ແມ່ນການນາບຂູ່ເຖິງອະທິປະໄຕແຫ່ງຊາດ ແລະບໍ່ສອດຄ່ອງກັບກົດໝາຍສາກົນ. ປະເທດນີ້ຢັ້ງຢືນຈະບໍ່ປະນິປະນອມຕໍ່ກຳລັງກົດເດັ່ນ ຫຼື ການແຊກແຊງຕໍ່ບໍ່ວ່າກຳລັງຕ່າງປະເທດໃດໆ, ໂດຍເນັ້ນໜັກວ່າ ຈະສືບຕໍ່ປະຕິບັດທຸກວິທີເພື່ອຮັກສາອະທິປະໄຕເຂດນ່ານຟ້າແຫ່ງຊາດຢ່າງຄົບຖ້ວນ.

ແຫຼ່ງຄັດຈາກ: vovworld.vn