leftcenterrightdel
ເຮືອນຊານຂອງ ເຂດ ກາຊາ ຖືກພັງທະລາຍຍ້ອນສົງຄາມ, ວັນທີ 24-11-2025. ພາບ: REUTERS/Dawoud Abu Alkas

ໂດຍບໍ່ຫົວຊາຕໍ່ຄຳສັ່ງຢຸດຍິງໄດ້ມີຜົນສັກສິດ, ບາດເຈັບລົ້ມຕາຍຍ້ອນສົງຄາມຢູ່ເຂດ ກາຊາ ສືບຕໍ່ເພີ່ມຂຶ້ນ. ແຈ້ງການໄດ້ປະກາດໃນວັນທີ  29 ພະຈິກ ຂອງກະຊວງສາທາລະນະສຸກ ປາແລັດສະຕິນ ໃຫ້ຮູ້ວ່າ ຈຳນວນຜູ້ເສຍຊີວິດໃນ 2 ປີປາຍເກີດສົງຄາມຢູ່ເຂດ ກາຊາ ໄດ້ຂຶ້ນເຖິງ 70.100 ຄົນ, ສູງກວ່າຫຼາຍເມື່ອທຽບໃສ່ບັນດາການຕີລາຄາຂອງວົງການນັກວິໄຈໃນຈຸດເວລາເກີດການປະທະກັນໃນເບື້ອງຕົ້ນເມື່ອເດືອນ ຕຸລາ 2023. ໃນນັ້ນ, ພຽງແຕ່ໃນ 1 ເດືອນຢຸດຍິງຜ່ານມາ, ທົ່ວເຂດກາຊາ ຮັບຮູ້ມີຜູ້ເສຍຊີວິດ 354 ຄົນ, ລ້ວນແຕ່ເປັນຜູ້ປະສົບເຄາະຮ້າຍໃນບັນດາບັ້ນບຸກໂຈມຕີຂອງກອງທັບອິດສະຣາແອັນ ກໍ່ຂຶ້ນ.

ເຖິງຢ່າງໃດກໍຕາມ, ໃນແຈ້ງການບໍ່ໄດ້ເຕື້ອງເຖິງຈຳນວນຜູ້ຖືກບາດເຈັບທັງໝົດກໍຄືອັດຕາສາມັນຊົນໃນຈຳນວນຜູ້ບາດເຈັບ ແລະເສຍຊີວິດດັ່ງກ່າວ.

ແຫຼ່ງຄັດຈາກ: vovworld.vn