leftcenterrightdel
ຢູ່ Padang, ແຂວງ Sumatra ຕາເວັນຕົກ, ອິນໂດເນເຊຍ ພາຍຫຼັງຖືກນ້ຳຖ້ວມ. ພາບ:  REUTERS/Willy Kurniawan

ມີຜູ້ເສຍຊີວິດກວ່າ 300 ຄົນ ແລະຜູ້ຫາຍສາບສູນ 279 ຄົນເມື່ອເກີດນ້ຳຖ້ວມໄຫຼຊຸ ແລະດິນເຊາະເຈື່ອນຢູ່ສາມແຂວງຂອງເຂດ Sumatra ຂອງອິນໂດເນເຊຍ. ໃນຂະນະນັ້ນ, ທາງທິດເໜືອ Sumatra ມີຈຳນວນຜູ້ບາດເຈັບລົ້ມຕາຍສູງທີ່ສຸດ, ດ້ວຍ 166 ຄົນເສຍຊີວິດ ແລະ 143 ຄົນ ຫາຍສາບສູນ. ປະຊາຊົນກວ່າ 35.000 ຄົນ ໄດ້ຖືກຍົກຍ້າຍໄປຍັງບ່ອນປອດໄພ, ປັດຈຸບັນຍັງມີຫຼາຍເຂດບໍ່ສາມາດຕິດຕໍ່ພົວພັນກັບພາຍນອກໄດ້, ປະຊາຊົນພວມຕ້ອງດິ້ນຮົນ ເພື່ອຊອກຫາອາຫານ ແລະນ້ຳສະອາດ.

ປັດຈຸບັນ, ລັດຖະບານ ອິນໂດເນເຊຍ ພວມມານະພະຍາຍາມຍົກຍ້າຍຜູ້ປະສົບເຄາະຮ້າຍ, ລວມທັງການສະໜອງການຊ່ວຍເຫຼືອໃຫ້ແກ່ເຂດຖືກນ້ຳຖ້ວມຍຶງຂຶ້ນສູງບໍ່ສາມາດຕິດຕໍ່ກັບພາຍນອກໄດ້. ອົງການອຸຕູນິຍົມອຸທົກກະສາດ ແລະພູມີຟີຊິກສາດອິນໂດເນເຊຍ ແຈ້ງເຕືອນວ່າ ປະຊາຊົນຄວນລະມັດລະວັງຕໍ່ບັນດາໄພພິບັດທີ່ອາດຈະເພີ່ມຂຶ້ນ.

ແຫຼ່ງຄັດຈາກ: vovworld.vn