leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: kpl.gov.la

ວິ​ທະ​ຍຸ​ໂທ​ລະ​ພາບ ສູນ​ກາງ​ ຈີນ ຫຼື CMG, ​ວັນ​ທີ 1 ກັນ​ຍາ​ນີ້, ກອງ​ປະ​ຊຸມ ​ຄັ້ງ​ທີ 25 ຂອງ​ສະ​ພາ​ມົນ​ຕີ​ປະ​ມຸກ​ລັດ​ປະ​ເທດ​ສະ​ມາ​ຊິກ​ ອົງ​ການ​ຮ່ວມ​ມື​ຊຽງ​ໄຮ ໄດ້​ໄຂ​ຂຶ້ນ​ຢູ່​ສູນປະ​ຊຸມ ແລະວາງ​ສະ​ແດງ​ ເໝີຍ​ຈ່ຽງ ກຳ​ແພງ​ນະ​ຄອນ ​ທຽນ​ສິນ ​ຈີນ. ໃນກອງ​ປະ​ຊຸມຄັ້ງນີ້ ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກັນ​ຮັບ​ຮອງ​ເອົາ ສປປ ​ລາວ ​ເປັນ​ປະ​ເທດ​ຄູ່​ເຈລະ​ຈາ​​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ ແລະ​ຕົກ​ລົງ​ໃຫ້ກຽກ​​ກິດ​ສະ​ຖານ ​ເປັນ​ປະ​ເທດ​ປະ​ທານ​ໝູນວຽນຂອ​ງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮປີ 2025-2026.

ແຫຼ່ງຄັດຈາກ: kpl.gov.la