leftcenterrightdel
ພາບປະກອບ: REUTERS/Amir Cohen

ໜູນຊ່ວຍໃຫ້ຄວາມມານະພະຍາຍາມໃຫ້ທະຫານບຸກເຂົ້ານະຄອນກາຊາ, ເຮືອບິນສູ້ຮົບອິດສະຣາແອັນ ໄດ້ບຸກໂຈມຕີທຳລາຍຢູ່ຫຼາຍແຫ່ງຂຶ້ນກັບຊານນະຄອນກາຊາ. ມີບົດລາຍງານດ້ານສາທາລະນະສຸກ ໄດ້ຢືນຢັນວ່າ, ບັນດາການບຸກໂຈມຕີຫຼ້າສຸດຂອງກອງທັບອິດສະຣາແອັນ ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີຜູ້ເສຍຊີວິດ 19 ຄົນ, ນັບຮ້ອຍຄົນຖືກບາດເຈັບ.

ການກະທຳຍູ້ແຮງການບຸກໂຈມຕີເຂົ້າກາຊາ ໄດ້ດຳເນີນໄປພາຍຫຼັງທີ່ກອງປະຊຸມລັດຖະບານກ່ຽວກັບຄວາມໝັ້ນຄົງພິເສດ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ເປັນເວລາ 2-3 ຊົ່ວໂມງ. ກອງປະຊຸມໄດ້ສຸມໃສ່ປຶກສາຫາລືແຜນການຄວບຄຸມນະຄອນກາຊາ, ບໍ່ປຶກສາຫາລືຂໍ້ສະເໜີຢຸດຍິງ ແລະແລກປ່ຽນຕົວປະກັນຢູ່ເຂດກາຊາ ໂດຍ ອີຢິບ ແລະກາຕາ ສ້າງຂຶ້ນ ແລະຂະບວນການຮາມາດສ ໄດ້ເຫັນດີ.

ແຫຼ່ງຄັດຈາກ: vovworld.vn