ຕາມທ່ານ Abeer Etefa, ໂຄສົກອົງການທັນຍາຫານໂລກ (WFP) ແລ້ວ, ບັນດາມືປືນ Houthi ໄດ້ປຸກເຂົ້າສຳນັກງານອົງການສະຫະປະຊາຊາດ ຫຼາຍແຫ່ງ, ໃນນັ້ນມີອົງການທັນຍາຫານໂລກ WFP, ອົງການອະນາໄມໂລກ (WHO) ແລະ ກອງທຶນສະຫະປະຊາຊາດ ເພື່ອເດັກ (UNICEF). ມີພາລະກອນຫຼາຍຄົນຖືກສອບສວນ, ມີພາລະກອນຈຳນວນໜຶ່ງຖືກພາຕົວໄປ.
ໃນຖະແຫຼງການເມື່ອຕອນຄ່ຳວັນທີ 31 ສິງຫາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ກ່າວປະນາມການບຸກໂຈມຕີ ແລະ ຢຶດເອົາຊັບສິນຢູ່ຫ້ອງການ; ພ້ອມກັນນັ້ນ, ທ່ານ ຮຽກຮ້ອງໃຫ້ກຳລັງດັ່ງກ່າວປ່ອຍຕົວເປັນອິດສະຫຼະໃຫ້ພາລະກອນສະຫະປະຊາຊາດ ທັງໝົດໃນທັນທີ ແລະບໍ່ມີເງື່ອນໄຂ.
ແຫຼ່ງຄັດຈາກ: vovworld.vn
Type the code from the image