ສື່ມວນຊົນລາວ ອອກຂ່າວ, ບົດເປັນຈຳນວນຫຼາຍກ່ຽວກັບບັນດາກິດຈະກຳສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 80 ປີ
ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ ສືບຕໍ່ໄດ້ຮັບການຮັກສາ ແລະເພີ່ມທະວີ, ນັບມື້ນັບເຂົ້າສູ່ລວງເລິກ ແລະມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດອັນຍິ່ງໃຫຍ່ໃຫ້ແກ່ທັງສອງລັດ. ການປະຕິວັດເດືອນສິງຫາ ໄດ້ສ້າງພື້ນຖານປະຊາທິປະໄຕ, ຢັ້ງຢືນສິດທິມະນຸດ, ຢັ້ງຢືນຄວາມຄາດຫວັງຂອງຊາດຫວຽດນາມ.
    |
 |
ໜ້າທຳອິດຂອງໜັງສືພິມປະຊາຊົນ, ອົງການກະບອກສຽງຂອງພັກປະຊາຊົນປະຕິວັດລາວ, ສະບັບອອກຕອນເຊົ້າວັນທີ 1 ກັນຍາ. ພາບ: vov.vn |
ເນື່ອງໃນໂອກາດສະເຫຼີມສະຫຼອງວັນການປະຕິວັດເດືອນສິງຫາ ແລະວັນສະຖາປະນາປະເທດແຫ່ງ ສສ. ຫວຽດນາມ ຄົບຮອບ 80 ປີ, ໃນໜ້າທຳອິດຂອງໜັງສືພິມປະຊາຊົນ, ອົງການກະບອກສຽງຂອງພັກປະຊາຊົນປະຕິວັດລາວ, ສະບັບອອກຕອນເຊົ້າວັນທີ 1 ກັນຍາ ໄດ້ລົງບົດຂຽນກ່ຽວກັບຄວາມຮູ້ສຶກຂອງທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ; ພ້ອມດຽວກັນນັ້ນ, ທ່ານ ກໍຢັ້ງຢືນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ ສືບຕໍ່ໄດ້ຮັບການຮັກສາ ແລະເພີ່ມທະວີ, ນັບມື້ນັບເຂົ້າສູ່ລວງເລິກ ແລະມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດອັນຍິ່ງໃຫຍ່ໃຫ້ແກ່ທັງສອງລັດ. ການປະຕິວັດເດືອນສິງຫາໄດ້ສ້າງພື້ນຖານປະຊາທິປະໄຕ, ຢັ້ງຢືນສິດທິມະນຸດ, ຢັ້ງຢືນຄວາມຄດາຫວັງຂອງຊາດຫວຽດນາມ.
ມີຫຼາຍໜັງສືພິມອື່ນຂອງລາວ ກໍໄດ້ລົງຂ່າວ, ບົດກ່ຽວກັບບັນດາກິດຈະກຳທີ່ມີຄວາມໝາຍສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ແລະວັນຊາດຫວຽດນາມ ທີ 2 ກັນຍາ, ກໍຄື ບັນດາຜົນງານ ເຊິ່ງພັກ ແລະປະຊາຊົນຫວຽດນາມ ບັນລຸໄດ້ໃນ 80 ປີຜ່ານມາ.
ແຫຼ່ງຄັດຈາກ: vovworld.vn