ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 23 ເມສາ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ຊີ້ແຈ້ງວ່າ ອາເມລິກາ ຈະມີຂໍ້ຕົກລົງຍຸຕິທຳ ກັບ ຈີນ. ເມື່ອຖືກຖາມວ່າ ວໍຊິງຕັນ ພວມມີການເຈລະຈາກັບ ປັກກິ່ງ ຫຼືບໍ?, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ທຸກວຽກງານພວມໄດ້ຮັບການຜັນຂະຫຍາຍ. ທ່ານປະທານາທິບໍດີ ກໍໃສ່ໃຈວ່າ ບໍ່ວ່າການຫຼຸດຜ່ອນພາສີໃດສຳລັບ ຈີນ ກໍຈະຂຶ້ນກັບການກະທຳຂອງວົງການການນຳ ຈີນ.

leftcenterrightdel
ທ່ານປະທານາທິບໍດີ ອາເມລິກາ Donald Trump ກ່າວຄ່ຳເຫັນໃນການຖະແຫຼງຂ່າວ ຢູ່ທຳນຽບຂາວ. ພາບ: ສໍານັກຂ່າວສານຫວຽດນາມ

ແຕ່ວ່າໃນວັນດຽວກັນ ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Scott Bessent  ໃຫ້ຮູ້ວ່າ ສອງປະເທດຍັງບໍ່ທັນມີຂໍ້ຕົກລົງໃດກ່ຽວກັບພາສີ ອາເມລິກາ. ທ່ານ Scott Bessent  ໃຫ້ຮູ້ວ່າ ການສ້າງດຸນການຄ້າຄືນໃໝ່ ອາດຈະຕ້ອງເສຍເວລາແຕ່ 2 – 3 ປີ.

ແຫຼ່ງຄັດຈາກ: vovworld.vn