ສົບຂອງສັນຕະປະປາ Francis  ໄດ້ວາງຢູ່ມະຫາວິຫານພະສັນຕະປະປາແຫ່ງນັກບຸນ Peter. ເວລາໄວ້ອາໄລຈະດຳເນີນຮອດວັນທີ 25 ເມສາ. ສັນຕະປະປາ Francis, ຜູ້ນຳຂອງຊາວກາໂຕລິກ 1,4 ຕື້ຄົນໃນໂລກ ໄດ້ຮຽກຮ້ອງໃຫ້ດຳເນີນພິທີກຳໃນງານສົບຢ່າງລຽບງ່າຍ. ເຖິງຢ່າງໃດກໍຕາມ, ໃນຕົວຈິງ, ພິທີແຫ່ໄດ້ດຳເນີນຢ່າງສົມກຽດ.

leftcenterrightdel
ນັບໝຶ່ນຄົນຫຼັ່ງໄຫຼມາ ວາຕີກັງ ເພື່ອອຳລາສັນຕະປະປາ Francis. ພາບ: ສໍານັກຂ່າວສານຫວຽດນາມ

ງານສົບຂອງສັນຕະປະປາ Francis  ຈະດຳເນີນຢູ່ສະໜາມຫຼວງ ນັກບຸນ  Peter ໃນຕອນເຊົ້າວັນທີ 26 ເມສາ. ເຂົ້າຮ່ວມງານສົບມີການນຳຈາກຫຼາຍປະເທດໃນໂລກ, ລວມມີ: ນາຍົກລັດຖະມົນຕີ ອີຕາລີ, ນາຍົກລັດຖະມົນຕີ ອັງກິດ, ປະທານາທິບໍດີ ອາເມລິກາ ແລະ ລາຊະກຸມມານ ອັງກິດ...

ແຫຼ່ງຄັດຈາກ: vovworld.vn