ຢູ່ນະຄອນຫຼວງ Manila ຂອງ ຟີລິບປິນ, ໂດຍບໍ່ຫົວຊາຕໍ່ເງື່ອນໄຂດິນຟ້າອາກາດທີ່ແດດຮ້ອນ, ກຳມະກອນ ພ້ອມດ້ວຍນັກເຄື່ອນໄຫວເພື່ອສິດຂອງຊາວຜູ້ອອກແຮງງານນັບຮ້ອຍຄົນ ໄດ້ເດີນຂະບວນຮຽກຮ້ອງໃຫ້ເພີ່ມເງິນເດືອນ ແລະ ຮັບປະກັນການເຮັດວຽກໃນສະພາບລາຄານ້ຳມັນບໍ່ ແລະ ທັນຍາຫານເພີ່ມຂຶ້ນສູງ.

leftcenterrightdel
ພາບປະກອບຈາກ Korea Times.

ກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນກຳມະກອນສາກົນ ພ້ອມກັບພະລາກອນ ກວ່າ 1.000 ຄົນ ຢູ່ທ່າກ່ຳປັ່ນປົກຄອງດ້ວຍຕົນເອງ Sihanoukville ຢູ່ທາງພາກໃຕ້ທາງທິດຕາເວັນຕົກ ແຂວງ Preah Sihanouk. ທ່ານໄດ້ຮຽກຮ້ອງໃຫ້ຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານມີຄວາມປອງດອງກັນ ແນໃສ່ສ້າງບັນຍາກາດການຮ່ວມມືຢູ່ບ່ອນເຮັດວຽກ, ທ່ານຢັ້ງຢືນວ່າ ລັດຖະບານ ຈະສືບຕໍ່ເອົາໃຈໃສ່ຕໍ່ການຊຸກຍູ້ສິດ ແລະ ການປົກປ້ອງສິດຜົນປະໂຫຍດຂອງຊາວຜູ້ອອກແຮງງານທຸກຄົນໃນທົ່ວປະເທດ.

ຢູ່ນະຄອນຫຼວງ ເຊີອູນ ຂອງ ສ.ເກົາຫຼີ, ນັບພັນຄົນໄດ້ຈັບທຸງເດີນຂະບວນ ແລະ ຮ້ອງໂຮຄຳຂວັນສະໜັບສະໜູນຜູ້ອອກແຮງງານ. ສະຫະພັນກຳມະບານ ສ.ເກົາຫຼີ, ຫົວໜ່ວຍຈັດຕັ້ງການແຫ່ຂະບວນປະທ້ວງ, ໃຫ້ຮູ້ວ່າ ເຂົາເຈົ້າໄດ້ວາງແຜນການໃຫ້ແກ່ການແຫ່ຂະບວນທີ່ຄ້າຍຄືກັນດຳເນີນຢູ່ກວ່າ 10 ສະຖານທີ່ໃນທົ່ວປະເທດ ສ.ເກົາຫຼີ ໃນວັນທີ 1 ພຶດສະພາ.

ແຫຼ່ງຄັດຈາກ: vovworld.vn