leftcenterrightdel
ເຫດຍິງທົດລອງລູກສອນໄຟຂອງ ສປປ.ເກົາຫຼີ. ພາບ: KCNA

ຕອນເຊົ້າວັນທີ 31 ມັງກອນ, ຍີ່ປຸ່ນ ແລະ ອາເມລິກາ ໄດ້ເຫັນດີເປັນເອກະພາບຍົກອອກຖະແຫຼງການຮ່ວມກ່ຽວກັບສົນທິສັນຍາ ບໍ່ແຜ່ຂະຫຍາຍອາວຸດ ນິວເຄຼຍ (NPT), ພ້ອມກັນມານະພະຍາຍາມມຸ່ງໄປເຖິງເປົ້າໝາຍສະກັດກັ້ນການແຜ່ຂະຫຍາຍ ແລະ ລົບລ້າງອາວຸດນິວເຄຼຍໂດຍສົມບູນ. ຖະແຫຼງການໂດຍລັດຖະບານສອງປະເທດແບ່ງປັນຄວາມຮັບຮູ້ລວມກ່ຽວກັບລັກສະນະທີ່ຈຳເປັນຂອງການສະກັດກັ້ນສົງຄາມນິວເຄຼຍ, ປະກອບສ່ວນຮັບປະກັນໂລກປອດອາວຸດນິວເຄຼຍ. ສອງຝ່າຍກໍ່ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງປະກອບສ່ວນຫຼາຍກວ່າອີກໃຫ້ແກ່ບັນດາໝາກຜົນທີ່ມີຄວາມໝາຍນີ້, ມານະພະຍາຍາມຈັດຕັ້ງກອງປະຊຸມຕີລາຄາລວມຄາດວ່າຈະດຳເນີນໃນເດືອນສິງຫາປີນີ້, ເຊິ່ງໄດ້ເລື່ອນເວລາຈັດຕັ້ງມາແລ້ວຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ໃນປີ 2021. ຖະແຫຼງການຮ່ວມກໍ່ຮຽກຮ້ອງໃຫ້ບັນດາປະເທດພ້ອມກັນມານະພະຍາຍາມຫຼຸດຜ່ອນບັນດາຄວາມສ່ຽງດ້ານນິວເຄຼຍ ແລະ ຍົກສູງລັກສະນະໂປ່ງໃສຂອງການຄວບຄຸມອາວຸດ.

ແຫຼ່ງຄັດຈາກ: vovworld.vn