ປະເທດທີ່ໄດ້ຮັບຜົນສະທ້ອນຫຼາຍກວ່າໝູ່ຍັງແມ່ນ ອາເມລິກາ, ອິນເດຍ ແລະບຣາຊິນ. ເຖິງຢ່າງໃດກໍຕາມ, ເມື່ອຄິດໄລ່ຕາມອັດຕາພົນລະເມືອງແລ້ວ, ເປຣູ ແມ່ນປະເທດມີອັດຕາຜູ້ເສຍຊີວິດສູງທີ່ສຸດ, ຕາມນັ້ນແລ້ວ, ໃນຈຳນວນ 100.000 ຄົນໃດ ກໍມີ 606 ຄົນເສຍຊີວິດ.

leftcenterrightdel
ພາບປະກອບ: TTXVN

ຖ້າໄລ່ຕາມພາກພື້ນແລ້ວ, ປັດຈຸບັນ, ອາເມລິກາ ລາຕິນ ແລະ ກາຣີເບ ມີຜູ້ເສຍຊີວິດຫຼາຍກວ່າ 1,5 ລ້ານຄົນໃນຈຳນວນຜູ້ທີ່ຕິດເຊື້ອຫຼາຍກວ່າ 45,4 ລ້ານຄົນ. ຖັດຈາກນັ້ນແມ່ນ ພາກພື້ນ ເອີຣົບ ດ້ວຍຜູ້ຕິດເຊື້ອຫຼາຍກວ່າ 70 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດຫຼາຍກວ່າ 1,3 ລ້ານຄົນ. ພາກພື້ນ ອາຊີ ຢັ້ງຢືນວ່າ ມີຜູູ້ເສຍຊີວິດຫຼາຍກວ່າ 1,1 ລ້ານຄົນ ໃນຈໍານວນຜູ້ຕິດເຊື້ອຫຼາຍກວ່າ 76,8 ລ້ານຄົນ. ອາເມລິກາ ເໜືອ ມີຜູ້ເສຍຊີວິດຫຼາຍກວ່າ 1,1 ລ້ານຄົນ ໃນຈຳນວນຜູ້ຕິດເຊື້ອຫຼາຍກວ່າ 54,1 ລ້ານຄົນ. ອາຟະລິກາ ຢັ້ງຢືນວ່າ ມີຜູ້ເສຍຊີວິດຫຼາຍກວ່າ 214.800 ຄົນ, ໃນຂະນະນັ້ນ ຈຳນວນຜູ້ເສຍຊີວິດຢູ່ ທະວີບ ໂອເຊອານີ ແມ່ນຫຼາຍກວ່າ 3.100 ຄົນ. ໃນວັນທີ 15 ຕຸລາ, ທ່ານນາງ Stella Kyriakides, ກຳມະການເອີຣົບ ຮັບຜິດຊອບວຽກງານສາທາລະນະສຸກ ແລະຄວາມປອດໄພທາງດ້ານສະບຽງອາຫານ ໄດ້ກ່າວເຕືອນກ່ຽວກັບຄວາມສ່ຽງທີ່ອາດຈະເກີດ “ໂລກລະບາດໃໝ່” ເມື່ອລະດູໜາວຈະມາເຖິງນີ້ ມີຜູ້ເປັນໄຂ້ຫວັດໃຫຍ່ໃນສະພາບໂລກລະບາດໂຄວິດ - 19 ຍັງບໍ່ສາມາດຄວບຄຸມໄດ້.

ແຫຼ່ງຄັດຈາກ: vovworld.vn