ຕາມຄະນະປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງລັດເຊຍ ແລ້ວ, ບັນດາຖ້ຽວບິນຈະບິນຈາກນະຄອນຫຼວງມົດສະກູ 2 ຖ້ຽວຕໍ່ອາທິດໄປຍັງນະຄອນຫຼວງປະເທດຫວຽດນາມ, ອິນເດຍ, ແຟງລັງ ແລະ 3 ຖ້ຽວຕໍ່ອາທິດໄປຍັງນະຄອນຫຼວງ ກາຕາ. ນອກຈາກນັ້ນ, ຍັງຄາດຄະເນວ່າຈະມີສອງຖ້ຽວບິນຈາກນະຄອນ Saint-Peterburg ໄປຍັງແຟງລັງ.

leftcenterrightdel
ນັກສຶກສາຫວຽດນາມ ເຮັດລະບຽບການອອກເມືອງຢູ່ສະໜາມບິນສາກົນ Sheremetyevo ລັດເຊຍ  ເດືອນ ກັນຍາ 2020. ພາບ: vov.vn.

ແຈ້ງການໃຫ້ຮູ້ວ່າ “ອີງໃສ່ຜົນການປຶກສາຫາລື ແລະພິຈາລະນາສະພາບສຸຂາພິບານວິທະຍາຢູ່ແຕ່ລະປະເທດ, ຄະນະປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງລັດເຊຍ ໄດ້ຕັດສິນໃຈເຊື່ອມຕໍ່ສາຍການບິນສາກົນໄປມາຫາສູ່ກັນຄືນໃໝ່ແຕ່ວັນທີ 27 ມັງກອນ 2021 ກັບບັນດາປະເທດລວມມີ ຫວຽດນາມ (ມົດສະກູ-ຮ່າໂນ້ຍ, 2 ຖ້ຽວຕໍ່ອາທິດ), ອິນເດຍ (ມົດສະກູ-ນິວເດລີ 2 ຖ້ຽວຕໍ່ອາທິດ), ແຟງລັງ (ຈາກ ມົດສະກູ-Helsinki 2 ຖ້ຽວຕໍ່ອາທິດ ແລະຈາກ Saint-Petersburg-Helsinki, 2 ຖ້ຽວຕໍ່ອາທິດ), ກາຕາ (ມົດສະກູ-ໂດຮາ, 3 ຖ້ຽວຕໍ່ອາທິດ)”.

ນອກຈາກນັ້ນ, ຄະນະປ້ອງກັນ, ຕ້ານພະຍາດໂຄວິດ-19 ຍັງຕົກລົງເພີ່ມຖ້ຽວບິນປົກກະຕິໄປຍັງອີຢິບ ຈາກມົດສະກູ-Cairo ຂຶ້ນເປັນ 5 ຖ້ຽວຕໍ່ອາທິດ.

ໂດຍ: ເກື່ອງດັ້ງ