leftcenterrightdel
 

ວັນທີ 21 ພະຈິກ, ຜູ້ພິພາກສາສານສະຫະລັດອາເມລິກາ ທ່ານ Matthew Brann ໄດ້ປະຕິເສດຄຳຮ້ອງທຸກຂອງກຸ່ມຫາສຽງສະໝັກເລືອກຕັ້ງປະທານາທິບໍດີອາເມລິກາຄືນໃໝ່ຂອງທ່ານປະທານາທິບໍດີ Donald Trump ກ່ຽວກັບບັນດາການສໍ້ໂກງໃນການປ່ອນບັດຢູ່ລັດ Pennsylvania, ເຊິ່ງແມ່ນລັດມີຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ 20 ບັດ. ທ່ານ Matthew Brann ຖືວ່າ, ຖັນແຖວຂອງທ່ານ D.Trump “ອ້າງເຫດຜົນດ້ານກົດໝາຍແມ່ນບໍ່ມີພື້ນຖານ ແລະ ບັນດາຄຳກ່າວຫາມີລັກສະນະຄາດຄິດ”. ຄຳຕັດສິນດັ່ງກ່າວໄດ້ເປັນການເປີດຊ່ອງທາງໃຫ້ລັດ Pennsylvania ຢັ້ງຢືນໄຊຊະນະຂອງຜູ້ສະໝັກເລືອກຕັ້ງປະທານາທິບໍດີຂອງພັກປະຊາທິປະໄຕ Joe Biden, ຄາດວ່າຈະໄດ້ຮັບການປະກາດໃນວັນທີ 23 ພະຈິກ.

ແຫຼ່ງຄັດຈາກ: vovworld.vn