leftcenterrightdel
ພາບປະກອບຄັດຈາກ: kpl.gov.la.

ນັບຈົນ​ເຖິງ​​ກາງເດືອນ​ກໍລະກົດມີ​ໂຮງຮຽນ​ຕ້ອງ​ປິດ​ແລ້ວ​ໃນ 160 ກວ່າ​ປະ​ເທດສົ່ງ​ຜົນ​ກະທົບ​ຕໍ່​ນັກຮຽນ​ຫລາຍ​ກວ່າ 1.000 ລ້ານ​ຄົນ ຂະນະ​ທີ່ເດັກຢ່າງ​ໜ້ອຍ 40 ລ້ານ​ຄົນ​ບໍ່​ໄດ້​ເຂົ້າຮຽນໃນ​ຊັ້ນກ່ອນ​ໄວ​ຮຽນ. ຕົວ​ເລກດັ່ງກ່າວ​ບໍ່​ໄດ້​ລວມ​ເດັກ​ອີກ 250 ລ້ານ​ກວ່າ​ຄົນທີ່​ບໍ່​ໄດ້​ຮຽນ​ຢູ່ກ່ອນ​ແລ້ວຕັ້ງ​ແຕ່​ກ່ອນ​ຈະ​ເກີດ​ການລະບາດໂຄ​ວິດ-19 ​ແລະມີ​ນັກຮຽນລະດັບ​ມັດທະຍົມ​ໃນ​ປະ​ເທດ​ພວມ​ພັດທະນາ​ພຽງ 1 ​ໃນ 4 ​ເທົ່າ​ນັ້ນທີ່​ໄດ້​ຮຽນ​ຈົບມີທັກ​ສະ​ພື້ນຖານກ່ອນ​ອອກ​ຈາກ​ໂຮງຮຽນ. ທ່ານເລຂາທິການ ສປຊ ກ່າວ​ຕື່ມ​ວ່າ: ​ໂລກ​ພວມ​ປະເຊີນໜ້າ​ກັບ​ໄພພິບັດ​ໃຫຍ່ທີ່​ອາດ​ທຳລາຍ​ຂີດ​ຄວາມ​ສາມາດຂອງ​ມະນຸດເປັນ​ບ່ອນ​ທຳລາຍ​ຄວາມ​ກ້າວໜ້າ​ໄປ​ຫລາຍ​ສິບ​ປີ ແລະເຮັດ​ໃຫ້ຄວາມ​ບໍ່​ເທົ່າ​ທຽມ​ກັນຍິ່ງ​ເພີ່ມ​ຂຶ້ນ.

ເນື້ອໃນ: ຂປລ