leftcenterrightdel
ອິນເດຍ ກັບມາປິດເມືອງບາງແຫ່ງອີກຄັ້ງຫຼັງໂຄວິດ-19ເພີ່ມຂຶ້ນ. ພາບ: ຂປລ.

ຂ່າວ​ຈາກ​ມຸມ​ໄບ, ອິນ​ເດຍ ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ລາຍ​ໃໝ່ເພີ່ມຂຶ້ນ 26.506 ຄົນ ​ໃນວັນ​ທີ 10 ກໍລະກົດ​ນີ້ີ້, ​ກະຊວງ​ສາທາ​ລະນະ​ສຸກອິນ​ເດຍ  ຕ້ອງ​ໃຊ້​ມາດ​ຕະການ​ປິດ​​ເມື​ອງອີກ​ຄັ້ງ​ໃນ​ລັດ​ທີ່​ມີ​ປະຊາກອນຫຼາຍ​ທີ່​ສຸດໃນ​ປະ​ເທດ ​ແລະ​ເມືອງທີ່​ເປັນ​ສູນ​ກາງຜະລິດ​ລົດ​ໃຫຍ່, ​ໂຮງງານ​ຢາ ​ແລະໂຮງງານ​ເບຍໂດຍ​ສະ​ເພາະເມືອງອໍຣັງຄາ​ບັດ ລັດ​ມະຫາຣາຄາຣະ ທາງ​ຕາ​ເວັນ​ຕົກ​ຂອງ​ອິນ​ເດຍ ປະກາດ​ສະຖານະ​ການສຸກ​ເສີນ 9 ວັນ​ເພື່ອ​ຄວບ​ຄຸມ​ການລະບາດໂຄ​ວິດ-19 ​ເຮັດ​ໃຫ້​ຄົນ​ງານບໍ່​ສາມາດ​ອອກ​​ໄປ​ເຮັດ​ວຽກ​ໄດ້​ປົກກະຕິ. ຂະນະ​ທີ່ລັດ​ອຸດຕຣະປຣະ​ເທດທາງ​ພາກ​ເໜືອຂອງ​ອິນ​ເດຍ ຈະ​ປິດ​ເມືອງ 2 ວັນ ​ຫຼັງ​ຈາກຍອດ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ເກີນ 32.000 ຄົນ​ແລ້ວ. ສຳລັບ ຍອດ​ຜູ້​ຕິດ​ເຊື້ອສະ​ສົມ​ເພີ່ມ​ຂຶ້ນ​ເກືອບ 800.000 ຄົນຫຼາຍ​ເປັນອັນ​ດັບ 3 ຂອງ​ໂລກຮອງ​ຈາກ ສ.ອາ​ເມ​ລິ​ກາ ​ແລະ ບຣາຊິນ ສ່ວນ​ຍອດ​ຜູ້​ເສຍ​ຊີວິດ 21.000 ກວ່າ​ຄົນ.

 

ເນື້ອໃນ: ຂປລ