leftcenterrightdel
ພາບປະກອບ/ສໍານັກຂ່າວສານຫວຽດນາມ.

ພັກ Fatah ຂອງທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ໃຫ້ຮູ້ວ່າ: ບັນດາພັກຝ່າຍຂອງອຳນາດການປົກຄອງປາແລັດສະຕິນ (PLO) ໄດ້ຮຽກຮ້ອງໃຫ້ດຳເນີນການແຫ່ຂະບວນປະທ້ວງຂະໜາດໃຫຍ່ໃນວັນທີ 25 ມິຖຸນາ, ຖືກກັບຈຸດເວລາທີ່ກອງປະຊຸມເສດຖະກິດເລີ່ມດຳເນີນຢູ່ນະຄອນຫລວງ Manama ຂອງປະເທດບາເຣັນ.

ກ່ອນໜ້ານັ້ນ, ວັນທີ 19 ພຶດສະພາ, ທຳນຽບຂາວໄດ້ປະກາດແຜນການສົມທົບກັນກັບ ບາເຣັນ ຈັດຕັັ້ງກອງປະຊຸມເສດຖະກິດທີ່ມີຫົວຂໍ້ວ່າ “ຈາກສັນຕິພາບເຖິງຄວາມວັດທະນາຖາວອນ” ຢູ່ນະຄອນຫລວງ Manama ໃນລະຫວ່າງວັນທີ 25 – 26 ມິຖຸນາ.

ແຫຼ່ງຄັດຈາກ: vovworld.vn