ຄະນະຜູ້ແທນນໍາໂດຍທ່ານ ຫງວຽນແທ່ງຫ໊າຍ ຫົວໜ້າອົງການໄອຍະການປະຊາຊົນແຂວງເທື່ອທຽນ-ເຫວ້ ໄດ້ມອບຂອງຂວັນ 300 ພູດ ໃນນັ້ນມີເຂົ້າສານ 4,6 ໂຕນ, ໝີ່ສໍາເລັດຮູບ, ເຄື່ອງປຸງແຕ່ງ, ປາແຫ້ງ, ນ້ຳປາໃຫ້ແຂວງສາລະວັນ ແລະ ເຊກອງ.

leftcenterrightdel
ບັນຍາກາດທີ່ພິທີມອບ-ຮັບ. ພາບ: nld.com.vn

ທ່ານ ຫງວຽນແທ່ງຫ໊າຍ ໃຫ້ຮູ້ວ່າ ນີ້ແມ່ນຂອງຂວັນຂອງອົງການໄອຍະການປະຊາຊົນແຂວງເທື່ອທຽນ-ເຫ້ວ ເພື່ອແບ່ງປັນຄວາມຫຍຸ້ງຍາກກັບບາງຄອບຄົວທຸກຍາກ, ພະນັກງານ, ລັດຖະກອນຂອງອົງການໄອຍະການປະຊາຊົນສອງແຂວງທີ່ໄດ້ກ່າວມາຂ້າງເທິງຍ້ອນພະຍາດໂຄວິດ-19.

ເຊກອງ ແລະສາລະວັນ ເປັນສອງແຂວງຂອງລາວ ຕິດກັບແຂວງເທື່ອທຽນ-ເຫວ້. ໃນໄລຍະທີ່ຜ່ານມາ, ແຂວງເທື່ອທຽນ-ເຫວ້ ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນກໍ່ຄືອຳນາດການປົກຄອງສອງແຂວງດັ່ງກ່າວຫຼາຍຢ່າງດ້ວຍຈິດໃຈສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນການປ້ອງກັນ, ຕ້ານພະຍາດ. ໃນນັ້ນ, ໃນເດືອນມິຖຸນາ, ແຂວງເທື່ອທຽນ-ເຫວ້ ໄດ້ມອບອຸປະກອນການແພດໃຫ້ແຂວງສາລະວັນ ແລະ ເຊກອງ, ຄື: ຜ້າອັດປາກ-ອັດດັງ 150.000 ອັນ, ຊຸດປ້ອງກັນ 500 ຊຸດ, ນ້ຳຢາຂ້າເຊື້ອແຫ້ງ 500 ມິລິລິດ 300 ຂວດ ດ້ວຍຍອດມູນຄ່າກວ່າ 105 ລ້ານດົ່ງ.

ໂດຍ: ທະນາພອນ