ນີ້ແມ່ນກາລະໂອກາດເພື່ອໃຫ້ລັດຖະບານລາວ ຟື້ນຟູການທ່ອງທ່ຽວ, ດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດ, ຟື້ນຟູເສດຖະກິດຂອງປະເທດຫຼັງພະຍາດໂຄວິດ-19.

ເທດສະການອາຫານລາວ ມີຮ້ານອາຫານປະມານ 200 ຮ້ານແນະນຳໃຫ້ຜູ້ຊົມບັນດາເຍື່ອງອາຫານ, ການກິນດື່ມທີ່ມີລັກສະນະສີສັນວັດທະນະທຳຂອງລາວ, ຄື: ໄກ່ປິ້ງ, ລາບປາ, ລາບເປັດ, ແກງໜໍ່ໄມ້, ເຫຼົ້າກົງສະເດັນ... ນອກຈາກນັ້ນ, ເທດສະການອາຫານລາວ ຍັງມີການເຂົ້າຮ່ວມຂອງບັນດາຮ້ານວາງຂາຍ, ແນະນຳກ່ຽວກັບເຄື່ອງສິລະປະຫັດຖະກຳຂອງລາວອີກດ້ວຍ.

leftcenterrightdel
ເທດສະການອາຫານລາວ ມີຮ້ານອາຫານເຂົ້າຮ່ວມປະມານ 200 ຮ້ານເພື່ອແນະນຳອາຫານການກິນຂອງລາວ. ພາບ: vov.vn.

ເທດສະການອາຫານລາວ 2022 ແມ່ນໜຶ່ງໃນບັນດາການເຄື່ອນໄຫວສຳຄັນເປີດສາກໃຫ້ປີໃໝ່ເພື່ອສົ່ງເສີມຟ້ືນຟູການທ່ອງທ່ຽວ, ພັດທະນາເສດຖະກິດ, ດຶງດູດນັກລົງທຶນ.

leftcenterrightdel
ລາວ ຈັດຕັ້ງເທດສະການອາຫານດ້ວຍຂະໜາດໃຫຍ່ ເພື່ອສົ່ງເສີມພັດທະນາການທ່ອງທ່ຽວ. ພາບ: vov.vn.

ປະຈຸບັນ, ສະພາບພະຍາດໂຄວິດ-19 ໃນທົ່ວປະເທດລາວ ໄດ້ຫຼຸດລົງພໍສົມຄວນ, ທັງດ້ານຈຳນວນຜູ້ຕິດເຊື້ອໃໝ່ ກໍ່ຄືຈຳນວນຜູ້ເສຍຊີວິດ. ດ້ວຍຄວາມຕັດສິນໃຈຂອງລັດຖະບານ, ບັນດາຄະນະ, ຂະແໜງການ, ທ້ອງຖິ່ນ ແລະອັດຕາການສັກວັກຊິນກັນພະຍາດໂຄວິດ-19 ສູງຄືປະຈຸບັນ, ສະພາບພະຍາດໂຄວິດ-19 ຂອງລາວ ອາດຈະຄວບຄຸມໄດ້ໂດຍໄວ, ຊີວິດການເປັນຢູ່ຂອງປະຊາຊົນຈະກັບຄືນເປັນປົກກະຕິໂດຍໄວ.

ໂດຍ: ແສງເດືອນ