ໂດຍແມ່ນສອງໂຮງພິມຈໍາໜ່າຍແກ່ນສານຂອງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ, ນັບແຕ່ດົນມາແລ້ວ, ໂຮງພິມຈໍາໜ່າຍການເມືອງແຫ່ງຊາດ ຊື້ເທິດ ແລະສຳນັກພິມ ແລະຈຳໜ່າຍປຶ້ມແຫ່ງຊາດລາວ ໄດ້ສ້າງການພົວພັນຮ່ວມມື, ແລກປ່ຽນ ແລະການພິມຈໍາໜ່າຍປຶ້ມຢ່າງສະໜິດແໜ້ນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມທາງອອນໄລ “ຕີລາຄາ ແລະສະຫຼຸບວຽກງານພິມຈໍາໜ່າຍປື້ມມອບໃຫ້ປະເທດເພື່ອນລາວ ປີ 2018 – 2021”. ພາບ: ຢາວລີງ

ການແປ, ພິມ, ຈຳໜ່າຍ ແລະສະໜອງໃຫ້ການນຳຂອງພັກ, ລັດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະບັນດາອົງການຈັດຕັ້ງການເມືອງສັງຄົມຂອງລາວ ປື້ມທິດສະດີ ແລະການເມືອງມີຄຸນຄ່າ, ຄຸນນະພາບຂອງຫວຽດນາມ ມີເນື້ອໃນເໝາະສົມກັບຝ່າຍລາວ ໂດຍໂຮງພິມຈໍາໜ່າຍການເມືອງແຫ່ງຊາດຊື້ເທິດ ເປັນເສນາທິການໃຫ້ແກ່ອົງການທີ່ມີສິດອຳນາດ ແລະຜັນຂະຫຍາຍ ແຕ່ປີ 2018 ມາຮອດປະຈຸບັນ. ການພິມຈຳໜ່າຍປຶ້ມທີ່ມອບໃຫ້ປະເທດລາວ ໄດ້ຊ່ວຍໃຫ້ເພື່ອນລາວ ມີເອກະສານຮ່ຳຮຽນ, ຄົ້ນຄວ້າ ແລະທາບທາມບົດຮຽນຂອງຫວຽດນາມ, ເພີ່ມເຕີມໃຫ້ສາງທິດສະດີການເມືອງຂອງພັກ ແລະ ລັດລາວ, ປະກອບສ່ວນສຳຄັນເຂົ້າໃນການສຶກສາແນວຄິດ - ການເມືອງໃຫ້ຖັນແຖວພະນັກງານ, ສະມາຊິກພັກ ແລະປະຊາຊົນລາວບັນດາເຜົ່າ.

ໃນໄລຍະ 2018-2021, ໂຮງພິມຈໍາໜ່າຍການເມືອງແຫ່ງຊາດ ຊື້ເທິດ ໄດ້ຈັດພິມຈໍາໜ່າຍປຶ້ມເປັນພາສາລາວ 61 ຫົວ, ໂດຍສຸມໃສ່ຫົວຂໍ້, ຄື: ກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ; ສັງລວມທິດສະດີ ແລະພຶດຕິກໍາຕົວຈິງກ່ຽວກັບຂະບວນການປ່ຽນແປງໃໝ່ໃນຂົງເຂດຕ່າງໆຂອງຊີວິດສັງຄົມ; ວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ; ວຽກງານກໍ່ສ້າງຖັນແຖວພະນັກງານ ແລະວຽກງານພະນັກງານ; ບົດຮຽນໃນການພັດທະນາເສດຖະກິດ, ວັດທະນະທໍາ ແລະສັງຄົມຂອງຫວຽດນາມ; ຮູບແບບການເຕີບໂຕເສດຖະກິດຫວຽດນາມ; ກໍ່ສ້າງຄຸນຄ່າວັດທະນະທຳຂອງຊາວຫວຽດນາມ... ບັນດາສື່ສິ່ງພິມທີ່ມີຄຸນນະພາບຈາກໝາກຜົນແຫ່ງການຮ່ວມມືລະຫວ່າງໂຮງພິມຈໍາໜ່າຍການເມືອງແຫ່ງຊາດ ຊື້ເທິດ, ຫວຽດນາມ ແລະສຳນັກພິມ ແລະຈຳໜ່າຍປຶ້ມແຫ່ງຊາດລາວ ໄດ້ຮັບການມອບລາງວັນ ແລະສົ່ງເຖິງການນຳຂອງພັກ, ລັດ, ອົງການ, ຫົວໜ່ວຍຂອງປະເທດເພື່ອນລາວ.

ທີ່ກອງປະຊຸມທາງອອນໄລ “ຕີລາຄາ ແລະ ສະຫຼຸບວຽກງານພິມຈໍາໜ່າຍປື້ມມອບໃຫ້ປະເທດເພືຶ່ອນລາວ ປີ 2018 - 2021” ໂດຍໂຮງພິມຈໍາໜ່າຍການເມືອງແຫ່ງຊາດ ຊື້ເທິດ, ຫວຽດນາມ ແລະສຳນັກພິມ ແລະຈຳໜ່າຍປຶ້ມແຫ່ງຊາດລາວ ຈັດຕັ້ງໃນເດືອນມີນາ 2022, ສອງຝ່າຍສືບຕໍ່ລົງນາມໃນໂຄງການຮ່ວມມືດ້ວຍບັນດາເນື້ອໃນລະອຽດ ແລະແທດຈິງ ເພື່ອປະກອບສ່ວນຊ່ວຍໃຫ້ສອງອົງການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ດີຂຶ້ນ, ຍູ້ແຮງການພັດທະນາການຜະລິດ ແລະດຳເນີນທຸລະກິດ, ເພີ່ມທະວີການແນະນຳໃຫ້ເພື່ອນຜູ້ອ່ານຂອງສອງປະເທດກ່ຽວກັບປະເທດຊາດ ແລະປະຊາຊົນ, ກ່ຽວກັບປະສົບການໃນພາລະກິດການປະຕິຮູບ ແລະເປີດປະຕູຂອງປະເທດລາວ ແລະພາລະກິດປ່ຽນແປງໃໝ່ຂອງຫວຽດນາມ ກໍ່ຄືການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອເຊິ່ງສອງພັກ, ສອງລັດ ແລະ ປະຊາຊົນຫວຽດນາມ - ລາວ, ລາວ - ຫວຽດນາມ ໄດ້ອອກເຫື່ອແຮງເພີ່ມພູນຄູນສ້າງ.

leftcenterrightdel
ການເຮັດວຽກລະຫວ່າງໂຮງພິມຈໍາໜ່າຍການເມືອງແຫ່ງຊາດ ຊື້ເທິດ ແລະສະຖານທູດກູບາ ປະຈຳຫວຽດນາມ. ພາບ: ຢາວລີງ

ກໍ່ໃນເດືອນ ມີນາ 2022, ຄະນະປະຕິບັດງານໂຮງພິມຈໍາໜ່າຍການເມືອງແຫ່ງຊາດ ຊື້ເທິດ ໄດ້ໄປຢ້ຽມຢາມ ແລະເຮັດວຽກກັບສະຖານທູດກູບາ ປະຈຳ ຫວຽດນາມ, ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມື ແລະຮ່ວມມືລະຫວ່າງສອງຝ່າຍ; ເປີດກວ້າງການໂຄສະນາເຜີຍແຜ່ປຶ້ມທິດສະດີ ແລະການເມືອງຢູ່ກູບາ ແລະຢູ່ຫວຽດນາມ, ຜ່ານນັ້ນຊ່ວຍໃຫ້ເພື່ອນຜູ້ອ່ານຂອງສອງປະເທດມີເອກະສານທາບທາມ ແລະມີໂອກາດຊອກຮູ້ກ່ຽວກັບສອງປະເທດ, ສອງຊາດຕື່ມອີກ, ປະກອບສ່ວນຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຍິ່ງໃຫຍ່ລະຫວ່າງຫວຽດນາມ-ກູບາ. ສະຫາຍ Orlando Nicolas Hernandez Guillen, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ກູບາ ປະຈຳ ຫວຽດນາມ ຢືນຢັນວ່າ ຈະເປັນຂົວຕໍ່ຊ່ວຍສຳນັກພິມຈຳໜ່າຍສ້າງຕັ້ງການພົວພັນຮ່ວມມືກັບບັນດາອົງການພິມຈຳໜ່າຍຢູ່ກູບາ, ເພື່ອໃຫ້ສອງຝ່າຍພ້ອມກັນຂຸດຄົ້ນຫົວຂໍ້, ແນະນຳ ແລະພິມຈຳໜ່າຍປຶ້ມທີ່ມ່ວນ ແລະມີຄຸນຄ່າຮັບໃຊ້ຄວາມຕ້ອງການຂອງເພື່ອນຜູ້ອ່ານຂອງສອງປະເທດ, ເພື່ອຜັນຂະຫຍາຍຂໍ້ຕົກລົງແລກປ່ຽນ ແລະການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ແລະພັກກອມມູນິດກູບາ, ພ້ອມກັນນັ້ນຊ່ວຍໃຫ້ປະຊາຊົນເຂົ້າໃຈກ່ຽວກັບການພົວພັນຮ່ວມມືລະຫວ່າງສອງປະເທດກວ່າອີກ.

ທີ່ກອງປະຊຸມ, ບັນດາຜູ້ແທນເຂົ້າຮ່ວມໄດ້ປຶກສາຫາລືກ່ຽວກັບວຽກງານຈັດຕັ້ງການແປ ແລະພິມຈຳໜ່າຍປຶ້ມ, ແບບວິທີມອບປຶ້ມໃຫ້ຝ່າຍ ກູບາ ແລະເນື້ອໃນຈຳນວນໜຶ່ງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ, ເພີ່ມທະວີຄວາມສາມັກຄີມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງສອງພັກ ແລະປະຊາຊົນສອງປະເທດຫວຽດນາມ ແລະກູບາ.

ໂດຍ: ທະນາພອນ