ງານພົບປະແລກປ່ຽນວັດທະນະທຳ-ເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ຈັດຂຶ້ນຢູ່ກົວລາລຳເປີ ໄດ້ກາຍເປັນຈຸດພົ້ນເດັ່ນທີ່ມີຄວາມໝາຍໃນການເຄື່ອນໄຫວເພີ່ມທະວີການຮ່ວມມື ແລະພົບປະແລກປ່ຽນປະຊາຊົນລະຫວ່າງບັນດາປະເທດອາຊຽນ. ເຫດການ ໄດ້ຈັດຂຶ້ນໃນວັນທີ 14 ທັນວາ ເພື່ອແນໃສ່ສ້າງເວທີເຊື່ອມຕໍ່ນັກຄຸ້ມຄອງ, ນັກສິລະປິນ ແລະບັນດາອົງການວັດທະນະທໍາ-ເສດຖະກິດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຜ່ານນັ້ນຊຸກຍູ້ການຮ່ວມມືແບບຍືນຍົງ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທໍາພື້ນເມືອງ ຄຽງຄູ່ກັບການພັດທະນາເສດຖະກິດທີ່ທັນສະໄໝ.

leftcenterrightdel
ບັນດາຜູ້ແທນ, ນັກສິລະປິນ ແລະແຂກຖືກເຊີນມາເລເຊຍ ແລະຫວຽດນາມ ຖ່າຍຮູບເປັນທີ່ລະນຶກ. ພາບ: ສໍານັກຂ່າວສານຫວຽດນາມ.

ລາຍການໄດ້ດຶງດູດການເຂົ້າຮ່ວມຂອງນັກສິລະປິນທີ່ມາຈາກມາເລເຊຍ ແລະຫວຽດນາມ ເປັນຈຳນວນຫຼວງຫຼາຍ, ເຊິ່ງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃຫ້ແກ່ນ້ຳໃຈສາມັກຄີ, ມິດຕະພາບ ແລະການຮ່ວມມືນັບມື້ນັບເລິກເຊິ່ງໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ງານພົບປະແລກປ່ຽນ ມີບັນດາລາຍການສະແດງສິລະປະທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງຫວຽດນາມ ແລະມາເລເຊຍ. ການເຕັ້ນ OneMalaysia ໄດ້ເປີດສາກລາຍການດ້ວຍຂໍ້ຄວາມກ່ຽວກັບຄວາມຫຼາກຫຼາຍທາງດ້ານວັດທະນະທໍາ ແລະຈິດໃຈສາມັກຄີຊົນຊາດ.

ໂດຍໄດ້ຮັບແຮງບັນດານໃຈຈາກຊຸມຊົນຊາວມາເລເຊຍ, ຈີນ, ອິນເດຍ, ແລະຊົນເຜົ່າທ້ອງຖິ່ນເດີມ, ລາຍການສະແດງໄດ້ມີການປະສົມປະສານລະຫວ່າງບັນດາຈັງຫວະພື້ນເມືອງຢ່າງກົມກຽວກັນເຂົ້າໃນການເຕັ້ນແບບເປັນເອກະພາບ, ເຊິ່ງສະແດງໃຫ້ເຫັນຈິດໃຈຂອງວັດທະນະທໍາມາເລເຊຍ ທີ່ຫຼາກຫຼາຍ. ລາຍການສະແດງຂັບລໍາ ເຈົ່າວັນ ເຊິ່ງເປັນປະເພດສິລະປະພື້ນເມືອງ, ຈິດວິນຍານທີ່ເປັນເອກະລັກສະເພາະຂອງຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ຜູ້ຊົມສາກົນ.

ໂດຍ: ໄຊຊະນະ