leftcenterrightdel
ທີມ ເສິ໋ມຮ່າແທັ່ງ ໃນ MV “ກຳຈັດໂຄໂຣນາ”. ພາບ: qdnd.vn.

MV ເສິ໋ມ ໄດ້ປະຕິບັດດ້ວຍທີມສິລະປິນ: ມາຍຕວຽດຮວາ, ວັນເຟືອງ, ຫງວຽນກວາງລອງ, ຟ້າມຈາງ, ຟ້າມຢູ້ງ, ງອັກຊວັນ ພ້ອມກັບຜູ້ກຳກັບການສະແດງ ຫງວຽນເຍິດຢາງ. ຕາມນັກດົນຕີ ຫງວຽນກວາງລອງ ຜູ້ແຕ່ງບົດໃຫ້ຮູ້ວ່າ ທໍານອງດົນຕີເສິ໋ມກໍ່ຄືທຳນອງທີ່ໄດ້ນໍາໃຊ້ໂດຍມີຈຸດປະສົງ, ເພື່ອແນໃສ່ມຸ່ງໄປເຖິງເນື້ອໃນຄວນຍົກສູງ, ນັ້ນແມ່ນໄລຍະນີ້ປະເທດຊາດຫວຽດນາມ ກໍາລັງຕັດສິນໃຈຮ່ວມແຮງຮ່ວມໃຈກັນຄວບຄຸມ, ຍູ້ເຊື້ອພະຍາດຖອຍໄປ, ເຖິງວ່າຍັງມີບັນດາການຜັນແປທີ່ສັບສົນກໍ່ຕາມແຕ່ບໍ່ວ່າໃຜໆກໍ່ສະແດງຄວາມເອກອ້າງທະນົງໃຈກ່ຽວກັບວິທີການທີ່ພວກເຮົາໄດ້ ແລະກໍາລັງປະຕິບັດໃຫ້ມີປະສິດທິຜົນຢ່າງຈະແຈ້ງ, ໄດ້ຮັບການຮັບຮູ້ຈາກທົ່ວໂລກ. ໝາກຜົນເຫຼົ່ານັ້ນບໍ່ແມ່ນໄດ້ມາຍ້ອນຄວາມບັງເອີນແຕ່ວ່ານັ້ນແມ່ນມູນເຊື້ອຂອງປະເທດຊາດເຮົາທີ່ມີມາແຕ່ກ່ອນນີ້ນັບພັນປີເຊິ່ງພວກເຮົາພວມສືບທອດ ແລະເສີມຂະຫຍາຍ.

ໂດຍ: ຈາງຫງວຽນ