leftcenterrightdel
ລາຍການ “ສາຍໃຈລາວ-ຫວຽດ” ໂດຍສະມາຄົມຫວຽດນາມ-ລາວ ສະແດງ. ພາບ: ເຝືອງລິງ.

ງານມະໂຫລານແມ່ນການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາສິລະປະທີ່ສະຫງວນໃຫ້ບັນດານັກສິລະປິນສະໝັກຫຼິ້ນເພື່ອແນໃສ່ແນະນໍາເຖິງເພື່ອນມິດສາກົນກ່ຽວກັບວັດທະນະທໍາ, ປະເທດຊາດ ແລະຊາວຫວຽດນາມ ແລະຮ່າໂນ້ຍ-ນະຄອນເພື່ອສັນຕິພາບ, ກໍ່ຄືໂຄສະນາເຜີຍແຜ່ວັດທະນະທໍາປະເທດຕ່າງໆເຖິງຊາວນະຄອນຫຼວງ. ມີກວ່າ 30 ລາຍການທີ່ພົ້ນເດັ່ນແມ່ນບັນດາບົດເພງ, ວາດຟ້ອນທີ່ຍ້ອງຍໍທັດສະນີຍະພາບທີ່ສວຍງາມຂອງປະເທດຊາດ, ມະນຸດ ແລະນໍ້າໃຈມິດຕະພາບລະຫວ່າງປະຊາຊົນຫວຽດນາມ ກັບປະເທດຕ່າງໆໃນໂລກ, ພິເສດແມ່ນບັນດາບົດເພງກ່ຽວກັບຮ່າໂນ້ຍ, ຄືລາຍການ “ຊາວຮ່າໂນ້ຍ” (ສະຫະສະມາຄົມ UNESCO), “ຈໍາປາເມືອງລາວ” (ສະຖານທູດລາວ), ລາຍການເຕັ້ນ “Shades and shadows” (ໂຮງຮຽນມັດທະຍົມຕອນຕົ້ນລັດເຊຍ, ສັງກັດສະຖານທູດລັດເຊຍ”...

ງານມະໂຫລານໄດ້ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະປັບປຸງຄວາມສາມັກຄີມິດຕະພາບລະຫວ່າງປະຊາຊົນຫວຽດນາມ, ປະຊາຊົນນະຄອນຫຼວງຮ່າໂນ້ຍ ກັບເພື່ອນມິດສາກົນ.

ໂດຍ: ເກື່ອງດັ້ງ