ເຂົ້າຮ່ວມງານປະກວດມີຜູ້ຕາງໜ້າສະຖານທູດຫວຽດນາມ ປະຈໍາ ລາວ, ຜູ້ຕາງໜ້າສະມາຄົມໃຫຍ່ຊາວຫວຽດນາມ ປະຈໍາລາວ, ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ຢູ່ນະຄອນວຽງຈັນ ພ້ອມກັບພໍ່ແມ່ປະຊາຊົນຊາວຫວຽດນາມ ພວມດໍາລົງຊີວິດ ແລະເຮັດວຽກຢູ່ນະຄອນວຽງຈັນ ເປັນຈຳນວນຫຼວງຫຼາຍ.

leftcenterrightdel
ເສື້ອຍາວຫວຽດນາມ. ພາບ: phunuvietnam.vn.

ຄະນະຈັດຕັ້ງໃຫ້ຮູ້ວ່າງານປະກວດໄດ້ຮັບການກະກຽມແຕ່ເດືອນມິຖຸນາ 2019. ນີ້ແມ່ນການເຄື່ອນໄຫວທີ່ປອດໃສ, ມີຄຸນປະໂຫຍດໃຫ້ແກ່ແມ່ຍິງໃນປະຊາຄົມຊາວຫວຽດນາມ ເວົ້າສະເພາະ ແລະປະຊາຊົນພວມທໍາມາຫາກິນ, ດໍາລົງຊີວິດຢູ່ນະຄອນຫຼວງວຽງຈັນ ເວົ້າລວມ; ພ້ອມທັງຕັກເຕືອນທຸກຄົນຈື່ຈຳຂີດໝາຍປະຫວັດສາດຄວນໄດ້ຮັບການເຊີດຊູຂອງແມ່ຍິງຫວຽດນາມ.

ພາຍຫຼັງງານປະກວດຮອບຕ່າງໆ, ນັກສອບເສັງ 8 ຄົນໄດ້ລອດເຂົ້າຮອບຊີງຊະນະເລີດ ແລະສືບຕໍ່ການປະກວດ 2 ລາຍການ, ແມ່ນສະແດງເສື້ອຍາວ ແລະຕອບຄໍາຖາມ. ຄະນະຈັດຕັ້ງໄດ້ມອບ 8 ລາງວັນ, ໃນນັ້ນມີລາງວັນທີໜຶ່ງ 2  ລາງວັນ, ລາງວັນທີສອງ 2 ລາງວັນ, ລາງວັນທີສາມ 2 ລາງວັນ ແລະລາງວັນຊົມເຊີຍ 2 ລາງວັນ.

ງານປະກວດເຊີດຊູຄວາມງາມຂອງແມ່ຍິງຫວຽດນາມ ໃນປະເທດລາວ, ຖືກຈັດຕັ້ງເປັນຄັ້ງທໍາອິດແຕ່ໄດ້ດຶງດູດຄວາມເອົາໃຈໃສ່ຈາກນັກສອບເສັງລຸ້ນຕ່າງໆເປັນຈຳນວນຫຼວງຫຼາຍ. 

ໂດຍ: ເຈິ່ນຮວ່ຽນ